pele - 2025-09-15T092552.167
ເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 September, 2025

ໃນຕອນບ່າຍວັນທີ 12 ກັນຍາ 2025 ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ວຽງສະໄໝ ສິດທິລາດ ຮັກສາການຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ມີຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

May be an image of 1 person, dais and text that says 'อับท้า ภับยา202 ภับยา 202 3c mber รม (သ၁၅ 9gThanh 化 ันป่าไม กันย่าโม WORLD B 3RD IDA WORLD BANK'

 

ໃນໂອກາດນີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄໍາເຫັນວ່າ: ການເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້ ຖືເປັນຂີດໝາຍສໍາຄັນ ແລະ ສັນຍາລັກແຫ່ງການເສີມຂະຫຍາຍໃນຖານະທີ່ລາວແມ່ນຈຸດໝາຍປາຍທາງຂອງພາກພື້ນ ແລະ ສາກົນ ທີ່ກໍາລັງໄດ້ຮັບຄວາມນິຍົມໃນການທ່ອງທ່ຽວ ທາງນິເວດວິທະຍາການທ່ອງທ່ຽວພະຈົນໄພ ແລະ ການທ່ອງທ່ຽວວັດທະນະທໍາ ທີ່ມີທ່າແຮງເປັນແຫຼ່ງລາຍຮັບ ທາງດ້ານເສດຖະກິດ ໂດຍສະເພາະການທ່ອງທ່ຽວໃນເຂດປ່າໄມ້ ຊຶ່ງເປັນການຊຸກຍູ້ ການເຕີບໂຕຂອງເສດຖະກິດແບບຍືນຍົງ ການສ້າງວຽກເຮັດງານທໍາ ໃນທ້ອງຖິ່ນ ແລະ ການສະໜອງທຶນການອະນຸລັກແບບຍືນຍົງ.

 

May be an image of 1 person and text

 

ການສົ່ງການທ່ອງທ່ຽວໃນເຂດປ່າໄມ້ ໃຫ້ມີການເຕີບໂຕຢ່າງແຂງແຮງ. ສະນັ້ນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມໄດ້ພັດທະນານິຕິກໍາ ແລະ ຄູ່ມືທີ່ສໍາຄັນ ທີ່ຕິດພັນກັບການສົ່ງເສີມ ການທ່ອງທ່ຽວໃນເຂດປ່າໄມ້ເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍການທ່ອງທ່ຽວປ່າໄມ້, ຄູ່ມືຊວນເຊີນການລົງທຶນ ການທ່ອງທ່ຽວໃນເຂດປ່າໄມ້ 8 ເຂດ ຂອງໂຄງການ, ຄູ່ມືການຄຸ້ມຄອງທຶນພັດທະນາ ແລະ ສົ່ງເສີມທຸລະກິດທ່ອງທ່ຽວ ຈຸລະພາກຂະໜາດນ້ອຍ ແລະ ກາງ ບັນດານິຕິກໍາດັ່ງກ່າວຈະເປັນເຄື່ອງມືທີ່ສໍາຄັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາວຽກງານການທ່ອງທ່ຽວໃນເຂດປ່າໄມ້ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ທັງເປັນການດຶງດູດ ແລະ ລະດົມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຄວາມສົນໃຈ ເພື່ອລົງທຶນການທ່ອງທ່ຽວໃນເຂດປ່າໄມ້ໃນລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

 

 

ຂ່າວ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ