pele - 2025-09-15T101039.074
ຊາຍໜຸ່ມໃຊ້ມີດແທງແຟນສາວເສຍຊີວິດຍ້ອນຜິດຖຽງກັນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 September, 2025
ໝວດ: ຂ່າວ

ຊາຍໜຸ່ມຊື່ທ້າວ ພອນທິບ ອາຍຸ 32 ປີ ອາຊີບ ເຮັດນາ ຢູ່ບ້ານ ບໍ່ທືນ ເມືອງ ປາກກະດິງແຂວງບໍລິຄໍາໄຊໄດ້ໃຊ້ມີດແທງແຟນສາວຊື່ ນາງ ແຕ໋ວ ອາຍຸ 31 ປີ ຢູ່ບ້ານ ສອງຄອນ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ເສຍຊີວິດຄາທີ່ຍ້ອນຜິດຖຽງກັນ ແລະ ນໍາສົບໄປຝັງດິນອໍາພາງຄະດີ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 8 ສິງຫາ 2025 ທີ່ຜ່ານມາ ຢູ່ບໍລິເວນບ້ານສົມສະນຸກ ເມືອງປາກກະດິງ.

 

ວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍລິຄຳໄຊ ໄດ້ນຳຕົວທ້າວ ພອນທິບ ມາທົດສະກຳທົດສອບຂໍ້ມູນຄືນໃໝ່ ເປັນການພິສູດ, ທົດສອບວິເຄາະຂໍ້ມູນ ໃຫ້ມີຄວາມຖືກຕ້ອງຄົບຖ້ວນ, ລະອຽດຈະແຈ້ງພາວະວິໄສ.

 

ທ້າວ ພອນທິບໄດ້ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນ ແລະ ນາງ ແຕ໋ວ ແມ່ນຮູ້ຈັກກັນໃນປີ 2024 ແລະ ມີການພົວພັນສົນທະນາຜ່ານເຟສບຸກ ແລະ ພົບພໍ້ກັນ, ໃນມື້ເກີດເຫດເວລາປະມານ 22 ໂມງ ຂອງວັນທີ 8 ສິງຫາ 2025 ທ້າວ ພອນທິບ ໄດ້ຂີ່ລົດຈັກໄປຮັບ ນາງ ແຕ໋ວ ຢູ່ ບ້ານ ສອງຄອນ, ແລ້ວຂີ່ລົດຈັກມຸ້ງໜ້າອອກໄປ ທາງເຮືອນ ທ້າວ ພອນທີບ ທີ່ບ້ານ ບໍ່ທືນ ເມືອງ ປາກກະດິງ, ໃນລະຫວ່າງທາງທັງສອງໄດ້ຜິດຖຽງກັນເຮັດໃຫ້ຜູ້ກໍ່ເຫດ ເກີດຄວາມໂມໂຫ ແລະ ມີແນວຄິດຄາດຕະກຳເກີດຂື້ນ.

 

ທ້າວ ພອນທິບສາລະພາບຕື່ມອີກວ່າ: ເປັນຄົນລົງມືກໍ່ເຫດຄາດຕະກຳ ນາງ ແຕ໋ວ ແທ້, ໂດຍການໃຊ້ມີດປາຍແຫຼມ ຍາວປະມານ 40 ຊັງຕີແມັດ ທີ່ກະກຽມມາແຕ່ເຮືອນ ຕົວະຍົວະຜູ້ເສຍຊີວິດໄປຮອດສະຖານທີ່ດັ່ງກ່າວແລ້ວໃຊ້ມີດແທງເຂົ້າໃສ່ໜ້າເອີກ 2-3 ບາດຈົນເຮັດໃຫ້ເສຍຊີວິດ, ຈາກນັ້ນກໍໄດ້ເອົາເຄື່ອງຕິດຕົວ, ຊັບສີນໄປຖິ້ມ ເພື່ອທຳລາຍ ຫຼັກຖານ ໂດຍຖິ້ມມີດ ລົງນໍ້າກະດິງ ຢູ່ທາງໂຄ້ງເລກທີ 13 ໃຕ້ ເມືອງ ປາກກະດິງ, ຖິ້ມໂທລະສັບ, ເສື້ອແຂນຍາວ, ກະເປົ໋າເງິນ ແລະ ກະຕ່າລົດຈັກຢູ່ ແຄມທາງເລກທີ 13 ໃຕ້ ບໍລິເວນ ບ້ານ ໂພນຈະເລີນ, ຖິ້ມໝວກກັນນ໋ອກ ຢູ່ເຮືອນພັກ (ບໍລິເວນ ບ້ານ ໂພນຈະເລີນ), ຖິ້ມສາຍແຂນຜູ້ເສຍຊີວິດ ລົງນ້ຳກະດິງ ແລະ ນຳເຄື່ອງນຸ່ງໃນຕອນກໍ່ເຫດໄປເຜົາເພື່ອທຳລາຍຫຼັກຖານ.

 

ແຫຼ່ງຂໍ້ມູນຂ່າວ: ປກສ ແຂວງບໍລິຄຳໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
ຢ່າລື່ມກົດຕິດຕາມ