pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 September, 2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ຈະຈັດງານມະຫະກຳເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ2025 (Laos Blockchain Fest 2025) ໃນລະຫວ່າງວັນທີ 21-22 ພະຈິກ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ຄຳຂວັນ “ສ້າງອະນາຄົດທີ່ຍືນຍົງ ດ້ວຍເຕັກໂນໂລຊີ Building Resilient Future-Chain”.

 

ງານ Laos Blockchain Fest 2025 ດັ່ງກ່າວນີ້ ຈະເປັນພື້ນທີ່ວາງສະແດງນະວັດຕະກຳຍຸກໃໝ່, ແລກປ່ຽນຄວາມຮູ້, ເວທີປຶກສາຫາລື, ເພີ່ມໂອກາດທາງທຸລະກິດ ເຊິ່ງຈະເປີດກວ້າງຕ້ອນຮັບນັກລົງທຶນ, ນັກພັດ ທະນາດ້ານເຕັກໂນໂລຊີ, ພາກລັດຖະບານ, ພາກທຸລະກິດ ແລະ ຜູ້ສົນໃຈ ຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອການຫັນເປັນເສດຖະກິດດີຈິຕອນແບບຍືນຍົງ.

 

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫຼງຂ່າວງານຄັ້ງນີ້ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ: ງານ Laos Blockchain Fest 2025 ນີ້ ເປັນງານໜຶ່ງທີ່ສຳຄັນ ເພື່ອປະກອບສ່ວນການຫັນເປັນ ເສດຖະກິດດີຈິຕອນຂອງ ສປປ ລາວ, ທັງຊຸກຍູ້ສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈິຕອນ ໃນທົ່ວສັງຄົມ ໂດຍເນັ້ນໃສ່ການສົ່ງເສີມການນຳໃຊ້ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ເພື່ອຍົກລະດັບເວທີດີຈິຕອນ ແລະ ສົ່ງເສີມການສ້າງພື້ນຖານໂຄງລ່າງ ໃນ ສປປ ລາວ.

 

ພາຍໃນງານນີ້ ຈະໄດ້ຮັບຊົມການວາງສະແດງ, ໄດ້ຮັບຄວາມຮູ້ຈາກຜູ້ຊ່ຽວຊານ ແລະ ສ້າງຄວາມຕື່ນຕົວກ່ຽວກັບ Blockchain ແລະ ເຕັກໂນໂລຊີຍຸກໃໝ່ຫຼາຍຫົວຂໍ້ເຊັ່ນ: Blockchain, ການເງິນ-ການລົງທຶນ, AI, ທຸລະກິດ Tech Start-Up, Cyber Security, Web 3.0, ຊັບສິນດີຈິຕອນ ແລະ ຍັງເປັນເວທີໃນການແລກປ່ຽນ ປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ພ້ອມນັ້ນ ຍັງຈະມີການສຳມະນາວິຊາການໃນການເປີດໂອກາດໃຫ້ສະຕາດອັບ ທຸລະກິດລະດັບພາກພື້ນທັງພາຍໃນ ແລະ ຕ່າງປະເທດໃນການສ້າງສັກກະຍະພາບ ຂອງ ສປປ ລາວໃຫ້ມີຄວາມພ້ອມໃນການເປັນສູນກາງດ້ານເຕັກໂນໂລຊີ Blockchain ແລະ ການເງິນໃນອະນາຄົດ.

 

ທີ່ມາ: vientiane time

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 23 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
657.67
668.85
european-union
EUR
24,229
24,714
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 23 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,270,000
45,800,000
44,715,000
45,909,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-23T163614.854
ອັດຕະປື ອະນຸມັດໃຫ້ເອກະຊົນສຳປະທານພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງນໍ້າ ເຂື່ອນເຊກະໝານ 1 ໃຫ້ກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະເວລາໃນການສຳປະທານ 30 ປີ.
pele - 2025-10-23T155235.940
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ
jane - 2025-10-23T155744.673
ຂ່າວຕ່າງປະເທດລາຍງານສະຫະລັດສັ່ງຄວໍ່າບາດ 2 ບໍລິສັດນ້ຳມັນໃຫຍ່ໃນຣັດເຊຍ ຫວັງກົດດັນຢຸດຕິສົງຄາມຢູເຄຣນ
jane - 2025-10-23T144715.858
ແຂວງຊຽງຂວາງ ມີຜູ້ເສຍຊີວິດ 4 ຄົນ ຈາກການລັກລອບຂຸດຄົ້ນແຮ່ທາດ ໃນປີ 2025.
jane - 2025-10-23T140047.333
ຮູບພາບບັນຍາກາດການ ປະຖົມນິເທດ ຂອງງານ Dream Car Art Contest 2025-2026 ທີ່ Toyota Square, Parkson ຊັ້ນ 1.
jane - 2025-10-23T132809.890
ມີຂ່າວລືມາວ່າ Manchester United ກຳລັງເລັ່ງໂຕ ໂຣເບີດ ເລວານດອຟສກີ (Robert Lewandowski) ເພື່ອເສີມແນວຮຸກໂດຍບໍ່ມີຄ່າຕົວ - ນັກເຕະເປີດທາງພ້ອມຮ່ວມທັບ
pele - 2025-10-23T110938.092
ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍມະໂຫສົດ
jane - 2025-10-23T105229.163
ຊ່ວງນີ້ໂຈນຊຸມຫລາຍໃນວັນທີ 22 ຕຸລາ 2025 ເຫດໂຈນງັດຮ້ານເພັດແຫ່ງໜຶ່ງຕັ້ງຢູ່ເຂດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-10-23T101117.899
ປະເທດຝຣັ່ງ ຍົກລະດັບເຕືອນໄພ ໄຂ້ຫວັດສັດປິກ ເປັນລະດັບສູງ
pele - 2025-10-23T095934.864
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 23/10/2025
ຢ່າລື່ມກົດຕິດຕາມ