pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 September, 2025
ໝວດ: ຂ່າວ

ວັນທີ 10 ກັນຍາ 2025 ເວລາປະມານ 6:30 ໂມງ ເຈົ້າ ໜ້າທີ່ ປະຈໍາຢູ່ຈຸດກວດກາສາມແຍກບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ ພົບເຫັນລົດບັນທຸກ 12 ລໍ້ ສີນໍ້າ ຕານ ບໍ່ມີປ້າຍທະບຽນ,ຂັບຂີ່ມຸ້ງໜ້າມາແຕ່ເມືອງປາກທາ ແຂວງບໍ່ແກ້ວ,ຈຶ່ງໄດ້ສົ່ງສັນຍານໃຫ້ຈອດລົດ ເພື່ອທຳການກວດກາລົດ, ແຕ່ລົດຄັນດັ່ງກ່າວ ບໍ່ໃຫ້ຄວາມຮ່ວມມື ແລະ ໄດ້ຂັບຜ່ານເຂົ້າມາທາງເມືອງຄອບ.

 

อาจเป็นรูปภาพของ 2 คน

 

ດັ່ງນັ້ນ, ເຈົ້າໜ້າທີ່ ໄດ້ຂັບຂີ່ລົດຈັກໄລ່ຕິດຕາມ ຈຶ່ງພົບເຫັນລົດຄັນດັ່ງກ່າວ ຈອດຢູ່ຈຸດສາມແຍກບ້ານມ່ວງດອນມູນ ເມືອງຄອບ ແຂວງໄຊຍະບູລີ. ພາຍຫຼັງເຈົ້າໜ້າທີ່ຕິດ ຕາມໄປຮອດ ຜູ້ຂັບຂີ່ໄດ້ໂດດລົງລົດ ລົບໜີເຂົ້າປ່າຊ້າ ຢູ່ເຂດບ້ານມ່ວງດອນມູນ.ຈາກນັ້ນ,ເຈົ້າໜ້າ ທີ່ ປກສ ເມືອງຄອບ ຈຶ່ງໄດ້ ໄລ່ຊອກຫາຈົນຮອດ ເວລາປະມານ 13:40 ໂມງ ກໍສາມາດຈັບຜູ້ກ່ຽວໄດ້ ຊື່ ທ້າວ ຄົວຢາງ ອາຍຸ 28 ປີ ຢູ່ບ້ານຫ້ວຍດິນຈີ່ ເມືອງປາກທາ ແຂວງບໍ່ແກ້ວພ້ອມຢາບ້າ ທີ່ຊຸກເຊື່ອງໄວ້ໃນລົດບັນທຸກ ຈໍານວນ 64 ເປົາ ລວມມີຢາບ້າ 12.742.000 ເມັດ ແລະ ໂທລະ ສັບມືຖື 2 ເຄື່ອງ.

 

ຜ່ານການສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ເຫັນວ່າລົດບັນທຸກຄັນດັ່ງກ່າວ ແມ່ນຈະຂົນສົ່ງຢາບ້າ ແຕ່ແຂວງບໍ່ແກ້ວ ໄປສົ່ງຢູ່ນະຄອນຫຼວງວຽງຈັນ.

 

ທີ່ມາ: ຂ່າວສານລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ