
ໃນວັນທີ 15 ກັນຍານີ້ ທີ່ຫ້ອງຮັບແຂກຂແຂວງຜົ້ງສາລີ, ບໍລິສັດ ຈົງຢູນເມືອງຫຼາ ໄດ້ນຳເອົາເງິນສົດຈຳນວນ 100 ລ້ານກີບ ເພື່ອປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງຜົ້ງສາລີ, ຕາງໜ້າມອບໂດຍ ທ່ານ ນາງ ເຕົາຢ່າຊົງ ອໍານວຍການບໍລິສັດຈົງຢູນເມືອງຫຼາ ແລະ ຕາງໜ້າຮັບໂດຍທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງຜົ້ງສາລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ເຕົາຢ່າຊົງ ກ່າວວ່າ: ການມອບເງິນໃນຄັ້ງນີ້, ເພື່ອເປັນການສະແດງຄວາມຮູ້ບຸນຄຸນຂອງພັກ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ, ສົ່ງເສີມບັນດາບໍລິສັດດຳເນີນທຸລະກິດປະສົບຜົນສຳເລັດ, ທັງເປັນການປະກອບສ່ວນອັນສຳຄັນ ໃນການຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງຜົ້ງສາລີ ໃຫ້ດໍາເນີນໄປດ້ວຍບັນຍາກາດອັນຄືກຄື້ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.
ໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ປະທານບໍລິສັດດັ່ງກ່າວທີ່ໄດ້ໃຫ້ການປະກອບສ່ວນສະໜັບສະໜູນໃນຄັ້ງນີ້, ຂໍໃຫ້ສືບຕໍ່ດຳເນີນທຸລະກິດ ແລະ ພັດທະນາຂຶ້ນເລື້ອຍໆ.
(ຂ່າວ: ສົມຄິດ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |