
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຫ້ອງການທີ່ກ່ຽວຂ້ອງ ຂອງນະຄອນ ຫລວງພະບາງ ລົງກວດກາຈັດສັນຄວາມເປັນລະບຽບ ພາຍໃນເທສະບານ ນະຄອນ ຫລວງພະບາງ ໃນວັນທີ 16 ສິງຫາ 2025 ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ທັງເຮັດໃຫເທສະບານນະຄອນ ຫລວງພະບາງ ເປັນເມືອງທີ່ໜ້າຢູ່ໜ້າທ່ຽວຊົມ ເພື່ອດຶງດູດນັກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ.
ການກວດກາ ແລະ ຈັດສັນຄວາມເປັນລະບຽບ-ຮຽບຮ້ອຍໃນຄັ້ງນີ້ ໄດ້ກວດກາບັນດາຮ້ານຂາຍເຄື່ອງ, ຮ້ານອາຫານ, ການຕິດປ້າຍໂຄສະນາ ໃຫ້ເຂົ້າສູ່ລະບຽບການ, ຜ່ານການລົງກວດກາຕົວຈິງ ສາມາດພົບເຫັນ ບັນດາພໍ່ຄ້າ-ແມ່ຄ້າ ຂາຍເຄື່ອງບໍ່ຖືກຕ້ອງ ເປັນຕົ້ນ ຂາຍເຄື່ອງຕາມທາງຍ່າງ, ຕໍ່ເຕີມຮ້ານ, ເຕີມເທີບກວມເອົາບ່າທາງເປັນຈຳນວນຫລວງຫລາຍ, ຈຳນວນໜຶ່ງຕິດຕັ້ງປ້າຍໂຄສະນາບໍ່ຖືກຕ້ອງ ຕາມລະບຽບ ເຊັ່ນ: ປ້າຍໂຄສະນາບໍ່ມີພາສາລາວ, ຊື່ຂອງຮ້ານອາຫານ-ຮ້ານກິນດື່ມ ບໍ່ເໝາະສົມ, ການຈອດລົດ ບໍ່ຖືກລະບຽບຂອງການສັນຈອນ, ການຈັດວາງກະຕ່າຂີ້ເຫຍື້ອບໍ່ຖືກຈຸດ ແລະ ບໍ່ຖືກຕາມກຳນົດວັນ-ເວລາ, ການກໍ່ສ້າງເຄຫາສະຖານ ເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ.
ຕໍ່ກັບບັນຫາດັ່ງກ່າວ, ຄະນະຮັບຜິດຊອບໄດ້ກ່າວເຕືອນ, ສຶກສາອົບຮົມ ບັນດາເຈົ້າຂອງກິດຈະການທີ່ລະເມີດລະບຽບ, ພ້ອມທັງມອບໃຫ້ອົງການຈັດຕັ້ງບ້ານ ເປັນຜູ້ຕິດຕາມກວດກາຊ່ວຍ. ສ່ວນປ້າຍໂຄສະນາທີ່ບໍ່ຖືກລະບຽບຫລັກການ ໄດ້ຢຶດ ແລະ ມ້າງອອກ ພ້ອມທັງບັນທຶກເປັນລາຍລັກອັກສອນກ່າວເຕືອນ ທັງມອບຄວາມຮັບຜິດຊອບ ໃຫ້ເຈົ້າຂອງກິດຈະການ ໝັ່ນທຳຄວາມສະອາດ ຂອບເຂດຄວາມຮັບຜິດຊອບຂອງຕົນເອງ ແລະ ປະດັບປະດາທຸງທິວ, ທຸງຊາດ, ທຸງພັກ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນມໍ່ໆນີ້.
ຂ່າວ-ພາບ: ທອງດາ ທີບພະວົງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














