
ເພື່ອຮ່ວມມືສ້າງຄວາມຝັນ, ຜູກພັນໃສ່ໃຈລູກສິດ ກິດຈະກໍາການກຸສົນຂອງຜູ້ບໍລິຫານລະດັບສູງຂອງບໍລິສັດ ອາຊີ-ໂປຕາສ ສາກົນ. ວັນທີ 16 ກັນຍານີ້, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ສາກົນ) ລາວ ຈຳກັດ ຜູ້ດຽວ ແຂວງຄໍາມ່ວນ ໄດ້ມອບອຸປະກອນການສຶກສາ ແລະ ອຸປະກອນການກິລາ ໃຫ້ແກ່ໂຮງຮຽນ ມສ ບ້ານດົງໃຕ້ ແຂວງຄໍາມ່ວນ. ຕາງໜ້າບໍລິສັດ ນໍາເອົາເຄື່ອງມາມອບໃນຄັ້ງນີ້ໂດຍທ່ານ ຢາງ ສົວ ຮອງຜູ້ອໍານວຍການ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ສາກົນ) ລາວ ຈຳກັດ ຜູ້ດຽວ, ຮັບໂດຍຜູ້ອໍານວຍການໂຮງຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຕະຫຼອດຮອດການຈັດຕັ້ງບ້ານ, ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ຢາງ ສົວ ໄດ້ກ່າວວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີອຸປະກອນການຮຽນ-ການສອນ, ຄອມພິວເຕີ້, ເຄື່ອງຫຼິ້ນກິລາ ແລະ ອື່ນໆ ລວມມູນຄ່າ 70 ລ້ານກີບ. ເຄື່ອງດັ່ງກ່າວ, ແມ່ນມາຈາກກອງທຶນການກຸສົນ ທີ່ລະດົມໂດຍຄະນະບໍລິຫານງານຂັ້ນສູງຂອງ ອາຊີໂປຕາສ ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນທີ່ຈະຕັ້ງຫຼັກປັກຖານຢູ່ທ້ອງຖິ່ນຂອງບໍລິສັດ ແລະ ຕອບແທນຄືນໃຫ້ແກ່ສັງຄົມ. ດ້ວຍການປະຕິບັດຕົວຈິງ ທີ່ນໍາພາໂດຍຜູ້ບໍລິຫານລະດັບສູງ ແລະ ພະນັກງານທຸກຄົນ, ອາຊີໂປຕາສ ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງວິສາຫະກິດຂະໜາດໃຫຍ່, ຮ່ວມຈິດຮ່ວມໃຈເປັນອັນໜຶ່ງອັນດຽວກັນກັບ ປະຊາຊົນລາວ ເພື່ອສ້າງອະນາຄົດທີ່ສົດໄສ.
ໂອກາດນີ້, ຜູ້ອໍານວຍການໂຮງຮຽນໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດທີ່ໃຫ້ການຊ່ອຍເຫຼືອໃນຄັ້ງນີ້ ແລະ ຫວັງວ່າໃນຕໍ່ໜ້າຈະໃຫ້ການສະໜັບສະໜູນຕື່ມອີກ.
(ຂ່າວ: ມະນີວັນ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |