pele - 2025-09-17T142134.867
ມອບ-ຮັບເຂົ້າສານ 1,050 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 September, 2025
ໝວດ: ຂ່າວ

ພິທີມອບ-ຮັບເຂົ້າສານ ຈຳນວນ 1,050 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3 ປະຈຳປີ 2024 ແຜນປະຕິບັດປີ 2025, ໂດຍໄດ້ຮັບການປະກອບສ່ວນຈາກປະເທດ ສ ເກົາຫຼີ, ສປ ຈີນ ແລະ ປະເທດຍີ່ປຸ່ນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 16 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າສະຖານທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ສະຖານທູດຍີ່ປຸ່ນ ປະຈໍາ ລາວ ແລະ ມີຕາງໜ້າສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

อาจเป็นรูปภาพของ 1 คน และ แท่นบรรยาย

 

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ກະຊວງ ຮສສ ໃນນາມເປັນຜູ້ຈັດຕັ້ງປະຕິບັດແຈກຢາຍເຂົ້າສານຈາກຄັງແຮເຂົ້າສຸກເສີນອາຊຽນ+3 ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ທີ່ໄດ້ຮັບຈາກລັດຖະບານ ກໍຄືປະຊາຊົນຂອງປະເທດ ສ ເກົາຫຼີ, ສປ ຈີນ ແລະ ຍີ່ປຸ່ນ ໃຫ້ການສະໜັບສະໜູນຊ່ວຍເຫຼືອຜ່ານໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ປະຈໍາປີ 2024 ທີ່ ສປປ ລາວ ເປັນເຈົ້າພາບຄຸ້ມຄອງຮັກສາເຂົ້າຈໍານວນທັງໝົດ 3,800 ໂຕນ, ຈາກລັດຖະບານ ສ ເກົາຫຼີ ຈຳນວນ 3,000 ໂຕນ, ສປ ຈີນ 500 ໂຕນ ແລະ ຍີ່ປຸ່ນ 300 ໂຕນ. ໂຄງການຄັງແຮເຂົ້າສຸກເສີນອາຊຽນ+3, ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫຼາຍທີ່ສຸດຕໍ່ກັບບັນດາປະເທດສະມາຊິກອາຊຽນ ທີ່ໄດ້ນໍາໃຊ້ເຂົ້າສານດັ່ງກ່າວເພື່ອຮັບມືກັບໄພພິບັດສຸກເສີນລວມໄປເຖິງການແກ້ໄຂຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດທີ່ທຸກຍາກໃຫ້ໄດ້ຮັບການພັດທະນາຊີວິດການເປັນຢູ່ດີຂຶ້ນ.

 

อาจเป็นรูปภาพของ 9 คน

 

ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວຕື່ມວ່າ: ໃນໄລຍະເດືອນກໍລະກົດ – ເດືອນສິງຫາ 2025 ສປປ ລາວ ກໍເປັນປະເທດໜຶ່ງ ທີ່ໄດ້ຜົນກະທົບຈາກພາຍຸໃຕ້ຝຸ່ນວຸດທິບ ແລະ ວິພາ ຊຶ່ງເຮັດໃຫ້ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຜົນກະທົບໜັກທາງດ້ານພື້ນຖານໂຄ່ງລ່າງຄົມມະນາຄົມ, ເນື້ອທີ່ທຳການຜະລິດ, ໂຮງຮຽນ, ເຮືອນຊານ, ຊັບສິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ອີງຕາມການປະເມີນຂອງຄະນະກຳມະການຄຸ້ມຄອງໄພພິບັດຮ່ວມກັບເຄືອຂ່າຍອົງການຊ່ວຍເຫຼືອດ້ານມະນຸດ IASC, ຄາດຄະເນຄວາມຕ້ອງການຟື້ນຟູສຸກເສີນ ແລະ ໄລຍະຍາວປະມານທັງໝົດ 1,012 ກວ່າຕື້ກີບ, ສໍາລັບການຕອບໂຕ້ສຸກເສີນ ລັດຖະບານ ສປປ ລາວ ໄດ້ຮັບການສະໜັບສະໜູນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ດ້ານເຂົ້າສານ ໄດ້ຮັບການອະນຸມັດຈາກໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 (APTEER) ຈໍານວນ 1,050 ໂຕນ, ໂດຍໄດ້ເລີ່ມຈັດສົ່ງໄປຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມ ຢູ່ 12 ແຂວງຄື: ຜົ້ງສາລີ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງສາລະວັນ. ສໍາລັບການຟື້ນຟູ ກະຊວງ ຮສສ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈະໄດ້ສືບຕໍ່ສະເໜີຂໍນໍາໃຊ້ເຂົ້າທີ່ຍັງເຫຼືອ 2,750 ໂຕນ, ຊຶ່ງເຂົ້າຊ່ວຍເຫຼືອທັງໝົດນີ້ ຈະສາມາດຕອບສະໜອງໃຫ້ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດທີ່ທຸກຍາກ ປະມານ 316,667 ກວ່າຄົນ.

 

ກະຊວງ ຮສສ ໃຫ້ຄໍາໝັ້ນສັນຍາວ່າ: ຈະສົມທົບກັບຄະນະຮັບຜິດຊອບໂຄງການນຳເຂົ້າຊ່ວຍເຫຼືອດັ່ງກ່າວໄປແຈກຢາຍໃຫ້ຜູ້ປະສົບໄພພິບັດລວມທັງຜູ້ທີ່ທຸກຍາກດ້ອຍໂອກາດທີ່ບໍ່ສາມາດເຂົ້າເຖິງການຄໍ້າປະກັນສະບຽງອາຫານ ໃຫ້ຮັບການຊ່ວຍເຫຼືອຢ່າງມີປະສິດທິພາບ, ພ້ອມທັງເຜີຍແຜ່ຊຸກຍູ້ໃຫ້ເຂົາເຈົ້າ ເຫັນໄດ້ຄວາມເປັນຫວ່ງເປັນໃຍຂອງລັດຖະບານ ແລະ ປະຊາຊົນຂອງ ສ ເກົາຫຼີ, ສປ ຈີນ ແລະ ຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ຄວາມເປັນຫວ່ງເປັນໃຍຕໍ່ປະຊາຊົນລາວ ຊຶ່ງການຊ່ວຍເຫຼືອເຫຼົ່ານີ້ ສະແດງໃຫ້ເຖິງຄວາມສາມັກຄີຂອງປະຊາຊົນ ສ ເກົາຫຼີ, ສປ ຈີນ ແລະ ຍີ່ປຸ່ນ ທີ່ໄດ້ແບ່ງເບົາຄວາມຫຍຸ້ງຍາກລໍາບາກຂອງປະຊາຊົນລາວມາຕະຫຼອດ.

 

ສະນັ້ນ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ກໍຄືປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງ 3 ປະເທດທີ່ໃຫ້ການຊ່ວຍເຫຼືອເຂົ້າສານແກ່ລັດຖະບານ ສປປ ລາວ. ສະແດງຄວາມຂອບໃຈເປັນຢ່າງສຸງ ຕໍ່ຄະນະຮັບຜິດຊອບໂຄງການຄັງແຮເຂົ້າ, ກອງເລຂາຄັງແຮເຂົ້າ (APTEER) ແລະ ອົງການອາຫານໂລກ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມືຊ່ວຍເຫຼືອດ້ານຕ່າງໆແກ່ກະຊວງ ຮສສ ເຮັດໃຫ້ໂຄງການຄັງແຮເຂົ້າສານດຳເນີນໄປຢ່າງຖືກຕ້ອງ ແລະ ມີປະໂຫຍດສູງສຸດຕໍ່ກັບ ສປປ ລາວ.

 

(ຂ່າວ-ພາບ: ບຸນອູ້ມ + ບູນຕອມ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ