pele - 2025-09-18T093604.546
8 ເດືອນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສ​ປ​ປ ລາວ ເພີ່ມຂຶ້ນ 15%
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 September, 2025

ໃນ 8 ເດືອນ​ຂອງ​ປີ 2025 ນີ້ ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມາ ສ​ປ​ປ ລາວ ຫຼາຍກວ່າ 3 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ໂດຍ​ນັກ​ທ່ອງ​ທ່ຽວ​ຈາກ​ໄທ​ເປັນ​ອັນ​ດັບ 1, ຮອງ​ລົງ​ມາ​ແມ່ນ​ຫວຽດ​ນາມ ແລະ ຈີນຕາມ​ລຳ​ດັບ.

 

อาจเป็นรูปภาพของ 7 คน และ เรือคายัค

 

ອີງ​ຕາມ​ຂໍ້​ມູນ​ຈາກກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວໃຫ້​ຮູ້​ວ່າ: ໂຕເລກສະຖິຕິນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ເດືອນມັງກອນ – ສິງຫາ ຫຼື ໃນ 8 ເດືອນ ​ຂອງປີ 2025 ເພີ່ມຂຶ້ນ 15% ເມື່ອ​ທຽບ​ໃສ່ປີຜ່ານມາດ້ວຍຈຳນວນນັກທ່ອງທ່ຽວ ຫຼາຍກວ່າ 3 ລ້ານ ເທື່ອຄົນ.

 

ກຸ່ມນັກທ່ອງທ່ຽວອາຊຽນຍັງເປັນຕະຫຼາດຫຼັກ ທີ່ເຂົ້າມາທ່ຽວ ສປປ ລາວ, ໃນນີ້ນັກ​ທ່ອງ​ທ່ຽວ​ຈາກປະເທດໄທເປັນອັນດັບ 1 ມີຈຳນວນ 977,675 ເທື່ອຄົນ, ຮອງລົງມາແມ່ນຫວຽດນາມ ມີ 790,403 ເທື່ອ ແລະ ຈີນ 750,650 ເທື່ອຄົນ.

 

ນອກນັ້ນ, ກໍມີ ສາທາລະນະລັດ ເກົາຫຼີ 1 ແສນກວ່າເທື່ອຄົນ, ສະຫະລັດ ອາເມຣິກາ 49 ພັນກວ່າເທື່ອຄົນ ແລະ ຣັດເຊຍ 49 ພັນກວ່າເທື່ອຄົນ.

 

ແຂວງທີ່ມີນັກທ່ອງທ່ຽວມາທ່ຽວຫຼາຍທີ່ສຸດແມ່ນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.

 

ທັງ​ນີ້, ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງ​ປະ​ເທດຫຼາຍກວ່າ​ໝູ່ ແມ່ນການທ່ອງທ່ຽວທາງດ້ານທຳມະຊາດ ແລະ ວັດທະນະທຳ.

 

ພາບ: ຕຸ​ໄລ​ເພັດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ