
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ເພື່ອແຈ້ງສະພາບກ່ຽວກັບການພັດທະນາດ້ວຍຄຸນນະພາບສູງດ້ານກະສິກຳ ແລະ ຊົນນະບົດຂອງຈີນໃນໄລຍະດຳເນີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14.
ຂ່າວລະບຸວ່າ: ໃນໄລຍະດຳເນີນແຜນດັ່ງກ່າວ, ຈີນຢຶດໝັ້ນນຳໃຊ້ວິທະຍາສາດເຕັກໂນໂລຊີທັນສະໄໝເພື່ອຮັບໃຊ້ການພັດທະນາກະສິກຳ ແລະ ຊຸກຍູ້ຄວາມທັນສະໄໝໃຫ້ຍົກສູງຂຶ້ນເລື້ອຍໆ. ໂດຍລວມແລ້ວໄດ້ສ້າງດິນປູກຝັງມາດຕະຖານສູງຫຼາຍວ່າ 1 ຕື້ມູ໋ (ປະມານ 66.7 ລ້ານເຮັກຕາ), ອັດຕາການປະກອບສ່ວນຂອງຄວາມຄືບໜ້າດ້ານວິທະຍາສາດເຕັກໂນໂລຊີກະສິກຳມີເຖິງ 63.2%, ອັດຕາການນຳໃຊ້ເຄື່ອງຈັກແບບສັງລວມໃນການປູກຝັງ ແລະ ເກັບກ່ຽວເຄື່ອງປູກຂອງຝັງສູງກວ່າ 75%.
ທີ່ມາ: ປະຊາຊົນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














