ດວງ-Tou-Vientianepost (90)
ແຈ້ງໃຫ້ຢຸດຕິ ການຄ້າ-ຂາຍ ສັດປ່າ ຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 May, 2023
ໝວດ: ຂ່າວ

ວັນທີ 29 ພຶດສະພາ 2023 ນີ້ ກົມກວດກາປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້ອອກແຈ້ງການ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ກຸ່ມຄົນ ແລະ ພໍ່ຄ້າຊາວຂາຍເລື່ອງໃຫ້ຢຸດຕິ! ການຄ້າ-ຂາຍ ສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ ຕາມສະຖານທີ່ຕ່າງໆ ແລະ ຫ້າມປະກາດ ຊື້-ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຖ່າຍຮູບພາບ ການ ລ່າ ສັດປ່າ ຜ່ານສື່ອອນລາຍ ເພື່ອຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ເລກທີ 07/ສພຊ, ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ຄໍາສັ່ງ ຂອງທ່ານນາຍົກ

ລັດຖະມົນຕີ ສະບັບເລກທີ 05/ນຍ ແລະ ສົນທິສັນຍາກົນ ວ່າດ້ວຍ ການຄ້າຂາຍ ຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ໃຫ້ເຂັ້ມງວດ ແລະ ເພື່ອ ຕ້ານ ແລະ ສະກັດກັ້ນ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ຊຶ່ງໃນໄລຍະຜ່ານມາ ພົບເຫັນ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີການຄ້າ-ຂາຍ ສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າ ຕາມ

ສະຖານທີຕ່າງໆ: ຕະຫຼາດ, ໂຮງແຮມ, ຮ້ານອາຫານ, ຫ້າງຮ້ານ, ສະຖານທີ່ທ່ອງທ່ຽວ, ຕາມຖະໜົນຫົນທາງ ແລະ ອື່ນໆ, ນອກນັ້ນ ຍັງມີການ ໂຄສະນາ, ປະກາດ ຊື້-ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຖ່າຍຮູບພາບ ການລ່າ ສັດປ່າ ປະເພດຫວງຫ້າມ ຜ່ານແພັດດຟອມ ສື່ອອນລາຍ (Platform Socail Media) ເຊັ່ນ: ເຟສບຸກ, ວີແຊັດ, ຢູທູບ, ຕິກຕ໋ອກ ແລະ ອື່ນໆເປັນຕົ້ນ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ແລະ ລະບຽບການ. ສະນັ້ນ, ກົມກວດກາປ່າໄມ້ຈຶ່ງຂໍແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ກຸ່ມຄົນ ແລະ ພໍ່ຄ້າຊາວຂາຍ ຄືດັ່ງນີ້:

ໃຫ້ຢຸດຕິການຄ້າ-ຂາຍ, ຄອບຄອງ, ເຄື່ອນຍ້າຍ, ນໍາເຂົ້າ-ສົ່ງອອກ ສັດປ່າ, ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ (ບັນຊີ I) ຢ່າງເດັດຂາດ, ຖ້າລະເມີດ ຈະຖືກລົງໂທດ ຕາມປະມວນກົດໝາຍອາຍາ ໝວດທີ 9 ມາດຕາ 334, 335 ແລະ 337 ຊຶ່ງຈະຖືກຕັດອິດສະລະພາບ (ຕິດຄຸກ) ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ;

ຢຸດຕິ ການປະກາດ ຊື້-ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຖ່າຍຮູບພາບ ການລ່າ, ທໍລະມານສັດປ່າ ປະເພດຫວງຫ້າມ ຜ່ານສື່ອອນລາຍ ເຊັ່ນ: ເຟສບຸກ, ວີແຊັດ, ຢຸທຸບ, ຕິກຕັອກ, ກຸ່ມວັອດແອັບ, ກຸ່ມລາຍ ແລະ ອື່ນໆ ຢ່າງເດັດຂາດ, ຫາກເຈົ້າໜ້າທີ່ ສືບຮູ້ ແລະ ຈັບໄດ້ ຈະຖືກລົງໂທດ ຕາມປະມວນກົດໝາຍອາຍາ ໝວດທີ 9 ມາດຕາ 331 ຊຶ່ງຈະຖືກລົງໂທດຕັດອິດສະລະພາບ(ຕິດຄຸກ) ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ 3.000.000 ກີບ ຫາ 10.000.000ກີບ;

ໃຫ້ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ການຈັດຕັ້ງ ເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ປ່າໄມ້ ແລະ ເປັນເຈົ້າການ ເຂົ້າຮ່ວມໃນການ ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ສັດປ່າໃຫ້ມີຄວາມຍືນຍົງ, ຫາກກໍລະນີພົບເຫັນ ມີການລ່າ, ຄ້າ-ຂາຍ, ເຄື່ອນຍ້າຍ ແລະ ຄອບຄອງ ສັດປ່າລວມທັງຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ (ບັນຊີ I) ໃຫ້ລາຍງານເຈົ້າໜ້າທີ່ປ່າໄມ້ ຜ່ານໂທລະສັບສາຍດ່ວນ 1601, ເວັບໄຊ້ ກົມກວດກວດກາປ່າໄມ້ ລິ້ງ: https://dofi.maf.gov.laແລະ ເພຈເຟດບຸກ ກົມກວດກາປ່າໄມ້ ລິ້ງ:https://m.facebook.com/DOFILAOS/;

ໃຫ້ກອງກວດກາປ່າໄມ້ ປະຈໍາແຂວງ ແລະ ນະຄອນຫຼວງ ຈັດຕັ້ງຜັນຂະຫຍາຍ ແລະ ເພີ່ມທະວີ ຄວາມ ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ພ້ອມທັງ ກວດກາລາດຕະເວນ ຕາມສະຖານທີ່ເປົ້າໝາຍ ແລະ ຈຸດຫຼໍ່ແຫຼມຕ່າງໆ ລວມທັງຕິດຕາມປາກົດການຫຍໍ້ທໍ້ກ່ຽວກັບສັດປ່າ ທາງສື່ສັງຄົມອອນລາຍ, ຫາກພົບເຫັນ ການລະເມີດ ໃຫ້ສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.ສະນັ້ນ, ຈຶ່ງແຈ້ງ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມ ແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ