ດວງ-Tou-Vientianepost
ດວງລາຍວັນປະຈໍາວັນພະຫັດ ທີ 01 ມິຖຸນາ 2023 ຕາມແຕ່ລະວັນເກີດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 June, 2023
ໝວດ: ຂ່າວ

ຄົນເກີດວັນອາທິດ:ການ​ງານເດີນທາງ​ຕິດ​ຕໍ່​ວຽກເລື້ອຍຫຼາຍ​ໃນ​ໄລຍະ​ນີ້​ ຈົນ​ບໍ່​ຄ່ອຍ​ມີ​ເວລາ​ພັກ​ຜ່ອນ​ປານໃດ​ ການ​ເງິນ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫຼອດ​ ບໍ່​ສາມາດ​ຫຼີກ​ເວັ້ນ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ເລີຍ​
ຄວາມ​ຮັກຢູ່ໃນ​ເກນ​ທີ່​ດີ​ ມີ​ຄວາມ​ສຸກ​ໃຈ​ ຄວາມ​ຮັກ​ສົມ​ຫວັງ​ດັ່ງ​ທີ່​ທ່ານນັ້ນ​ປາຖະໜາ​ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນ​ສີຟ້າ ເລກ​ນຳ​ໂຊກ​  7

ຄົນເກີດວັນຈັນ:ການ​ງານ ​ງານ​ປະດິດ​ ວຽກງານ​ທີ່​ກ່ຽວ​ຂ້ອງ​ກັບ​ສິລະປະ​ ແລະ ​ຄວາມ​ສວຍ​ງາມ​ ແຟ​ຊັ່ນ​ຕ່າງ​ໆ​ ປະ​ສົບ​ຄວາມ​ສຳ​ເລັດ​ດີ​ ການ​ເງິນຈະ​ໄດ້​ຂອງ​ຖືກ​ໃຈ​ທີ່​ຕັດ​ສິນ​ໃຈ​ຊື້​ດ້ວຍ​ເງິນ​ທີ່​ຕົນເອງ​ນັ້ນ​ເກັບ​ອອມ​ມາ​ພໍສົມຄວນ ຄວາມ​ຮັກຈະ​ພົບ​ຄົນ​ເກັ່ງ​ທີ່​ບໍ່​ຄື​ໃຜ​ ເຂົາ​ເປັນຄົນທີ່​ມີ​ຄວາມໝັ້ນຄົງ​ ຂະຫຍັນ​ ແລະ ​ມີ​ຊື່​ສຽງ​ໃນ​ແບບ​ຂອງ​ເຂົາ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​2

ຄົນເກີດວັນອັງຄານ:ການ​ງານ​​ການ​ເຈລະ​ຈາ​ຕໍ່​ລອງ​ທາງ​ດ້ານ​ຜົນ​ປະໂຫຍດ​ຕ່າງ​ໆ​ ໄດ້ຮັບ​ໂອ​ກາດ​ທີ່​ດີ​ແລະ​ ເກີດ​ຂໍ້​ຕົກລົງ​ທີ່​ໜ້າພໍໃຈ​ ການ​ເງິນໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​​ ໃນ​ໄລຍະ​ນີ້ດວງດີ​ຂຶ້ນຫຼາຍກວ່າ​ແຕ່​ກ່ອນ​ ຄວາມ​ຮັກຄົນ​ຜິວ​ຂາວ​ມີ​ອິດທິພົນ​ຕໍ່​ທ່ານ​ ເຂົາ​ເປັນຄົນທີ່​ເກັ່ງ​ ແລະ​ ມີ​ຄວາມ​ສາມາດຫຼາຍ​ໆ​ ເຄື່ອງມຸງຄຸນ​  ​ສາຍແຂນ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1

ຄົນເກີດວັນພຸດ:ການ​ງານເຮັດ​ທຸລະກິດ​ການ​ງານ​ໃດ​ໆ​ ກໍ​ຕ້ອງ​ມີ​ການ​ປັບ​ແກ້​ ຫຼື​ ເດີນທາງ​ຕິດ​ຕໍ່​ງານຂ້ອນ​ຂ້າງ​ຫຼາຍ​ໃນ​ໄລຍະ​ນີ້​ ແຕ່​ກໍ​ເຮັດ​ໄດ້​ດີ​ເພາະ​ຄວາມ​ຕັ້ງ​ໃຈ​ ແລະ ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ຕໍ່​ເນື່ອງ​ ການ​ເງິນມີ​ຄວາມ​ກັງ​ວົນ​ໃຈ​ແດ່​​ ແຕ່ກໍ​ຫາ​ເຂົ້າ​ມາ​ໄດ້​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ ໃນ​ໄລຍະ​ນີ້​ຈະ​ສັງເກດ​ໄດ້​ວ່າ​ເງິນ​ເກັບ​ນັ້ນ​ຄ່ອຍ​ໆ​ ເພີ່ມ​ຂຶ້ນຫຼາຍກວ່າ​ແຕ່​ກ່ອນ​ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ທຸ້ມເທ​ດ້ານ​ຄວາມ​ຮັກ​ ແຕ່​ກໍ​ບໍ່​ມີ​ບັນຫາ​ໃດ​ໆ​ ເພາະ​ແມ່ນ​ພາລະ​ກິດ​ໃນ​ເລື່ອງ​ຂອງ​ການ​ງານ​ນັ້ນ​ຈະຂ້ອນ​ຂ້າງ​ວຸ່ນຫຼາຍ​ ແຕ່ຄົ​ນ​ຮັກ​ກໍ​ເຂົ້າໃຈ​ທ່ານສະເໝີ​ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນ ສີມ່ວງ ເລກ​ນຳ​ໂຊກ​5

ຄົນເກີດວັນພະຫັດ:ການ​ງານສ້າງ​ຜົນ​ງານ​ຕ່າງ​ໆ​ ໃຫ້​ເກີດ​ຄວາມ​ສຳ​ເລັດ​ໄດ້​ດ້ວຍ​ການ​ມີບ​ໍລິວານ​ ຮຸ້ນສ່ວນ​ ຫຼື​ທີມ​ງານ​ທີ່​ດີ​ ການ​ເງິນມີດວງສ່ຽງ​ໂຊກ​ໃນ​ໄລຍະ​ນີ້​ ຈະ​ໄດ້​ເງິນ​ແບບ​ຟ​ຸກ​ໆ​ ເຂົ້າ​ມາ​ເລື້ອຍ​ໆ​ ຢ່າງ​ເປັນ​ໂຊກ​ດີ​ ຄວາມ​ຮັກຈະ​ພົບຄົນທີ່​ສະຫຼຽວ​ສະຫຼາດ​ ຊ່າງ​ເວົ້າ​ ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ​ ໂດຍ​ໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ໄດ້​ຮູ້​ຈັກ​ກັນ​ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​  4

ຄົນເກີດວັນສຸກ:ການ​ງານໄລຍະ​ນີ້​ເດີນທາງ​ຕິດ​ຕໍ່​ງານ​ເລື້ອຍໆ​ ເພື່ອ​ເຈລະ​ຈາ​ກັບ​ຮຸ້ນສ່ວນ​ ຫຼື​ບໍລິວານ​ ເຖິງ​ຂໍ້​ຕົກລົງ​ບາງຢ່າງ​ ການ​ເງິນຍັງ​ບໍ່​ຄ່ອຍ​ໜ້າ​ໄວ້​ໃຈ​ປານ​ໃດ​ ໃນ​ເລື່ອງ​ຂອງ​ການເງິນ​ຍັງ​ບໍ່​ຄ່ອຍ​ດີ​ ມີ​ເລື່ອງ​ຈ່າຍ​ຕະຫຼອດ​ ຄວາມ​ຮັກຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ ເພາະ​ຍັງ​ບໍ່​ໄດ້ຮັບ​ຂ່າວ​ສານ​ຂໍ້​ມູນ​ທີ່​ຊັດເຈນ​ຈາກ​ຝ່າຍ​ຄົນ​ຮັກ​ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​2

ຄົນເກີດວັນເສົາ:ການ​ງານເດີນທາງ​ຫຼາຍ​ໃນ​ໄລຍະ​ນີ້​ອາດຈະເມື່ອຍ​ ແຕ່​ກໍ​ວາງ​ແຜນ​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ຢ່າງ​ລະອຽດ​ຮອບ​ຄອບ​ສະເໝີ​ ເພາະ​ມີ​ຄວາມ​ມຸ່ງໝັ້ນ​ຕັ້ງ​ໃຈ​ໃນ​ການສ້າງ​ຜົນ​ງານ​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫຼອດ​ ແຕ່​ກໍ​ໂຊກດີ​ທີ່​ວ່າ​ມີ​ເພດ​ກົງກັນຂ້າມ​ຄອຍ​ຖ້າ​ອຸປະຖຳ​ທາງ​ດ້ານ​ການ​ເງິນ​ ຄວາມ​ຮັກຄົນ​ຜິວ​ຂາວ​ຍັງ​ໂດດ​ເດັ່ນ​ທີ່​ຈະ​ພົບ​​ດວງກໍ​ເຂົ້າ​ກັນ​ດີ ເພາະ​ຄົນ​ລັກສະນະ​ນີ້​ຈະ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ອຸປະຖຳ​ທ່ານໄດ້​ສະເໝີ​ ເຄື່ອງມຸງຄຸນ​ເພັດສີບົວ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ