
ໃນວັນທີ 30 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ເຂດເສດຖະກິດພິເສດທ່າແຂກ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ໂຮງກັ່ນນ້ຳມັນ.
ໂອກາດດັ່ງກ່າວ ຜູ້ຕາງໜ້າບໍລິສັດພັດທະນາພະລັງງານລາວ ຈໍາກັດ ໄດ້ລາຍງານສະພາບໂດຍສັງເຂບຂອງໂຄງການກໍ່ສ້າງໂຮງງານກັ່ນນໍ້າມັນ ເຊິ່ງມີໄລຍະການກໍ່ສ້າງ ນັບແຕ່ເດືອນ ເມສາ 2023 – ພະຈິກ 2023 ເປັນໂຮງກັ່ນນໍ້າມັນດິບຂະໜາດນ້ອຍ ທີ່ມີກໍາລັງການຜະລິດປະມານ 6-10 ລ້ານລິດ/ເດືອນ ແລະ ສາມາດເພີ່ມກໍາລັງການຜະລິດໄດ້ດ້ວຍການເພີ່ມຊຸດຫໍກັ່ນ, ລະບົບນໍ້າມັນທີ່ໄດ້ ຄາດວ່າ: ນໍ້າມັນແອັດຊັງ 540.000-900.000 ລິດ/ເດືອນ, ນໍ້າມັນກາຊວນ 2.220.000-2.500.000 ລິດ/ເດືອນ ແລະ ນໍ້າມັນຜະລິດເຕົາ 3.120.000 ລິດ/ເດືອນ.
ໂດຍຈໍານວນຜະລິດຕະພັນດັ່ງກ່າວປະເມີນຈາກປະລິມານຄວາມສາມາດຂັ້ນຕໍ່າ ແລະ ປະລິມານຄວາມສາມາດຂັ້ນສູງທີ່ໂຮງງານຜະລິດໄດ້. ສໍາລັບຄວາມຄືບໜ້າຂອງໂຄງການປະຈຸບັນແມ່ນໄດ້ບຸກເບີກ, ອອກແບບ – ຕິດຕັ້ງຄັງນໍ້າມັນ, ອອກແບບຮາກຖານໂຮງງານ, ກໍ່ສ້າງອາຄານສໍານັກງານເປັນຕົ້ນ ແລະ ຄາດວ່າໄລຍະເວລາໃນການທົດລອງການຜະລິດຈະເລີ່ມແຕ່ ເດືອນພະຈິກ 2023 – ມັງກອນ 2024.
ຈາກນັ້ນທ່ານລັດຖະມົນຕີ ແລະ ຄະນະ ຍັງໄດ້ມີຄໍາຖາມແລກປ່ຽນມາຍັງບໍລິສັດໂດຍສະເພາະແມ່ນບັນຫາການນໍາເຂົ້າວັດຖຸດິບ, ກ່ຽວກັບຈຸດທີ່ຕັ້ງ, ແຜນການຕະຫລາດ, ແຜນການສະໜອງນໍ້າມັນ, ລວມເຖິງລາຄາ ແລະ ໂຄງສ້າງໃນການສະໜອງນໍ້າມັນ.
ແຫຼ່ງຂ່າວ ຂ່າວສານຄຳມ່ວນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














