ໃນວັນທີ 18-19 ກັນຍາ ຜ່ານມາ, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ໄດ້ເຂົ້າຮ່ວມການທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນກອງປະຊຸມ ຄັ້ງທີ 78 ຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທໍາ ທີ່ ເຊີແນວ ປະເທດສະວິດ.
ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ສະເໜີໂດຍຫຍໍ້ ກ່ຽວກັບ ເນື້ອໃນບົດລາຍງານແຫ່ງຊາດສະບັບທໍາອິດຂອງ ສປປ ລາວ ໂດຍເນັ້ນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດມີຄວາມໝັ້ນທ່ຽງ, ຄວາມທຸກຍາກຂອງປະຊາຊົນສືບຕໍ່ໄດ້ຮັບການແກ້ໄຂ ແລະ ຫຼຸດລົງຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂໃນການດໍາລົງຊີວິດ ແລະ ການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ. ນອກນັ້ນ, ຍັງຍົກໃຫ້ເຫັນເຖິງຄວາມຄືບໜ້າໃນການປະຕິຮູບກົງຈັກບໍລິຫານລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິຜົນຫຼາຍຂຶ້ນ; ການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ; ການກະກຽມຄວາມພ້ອມເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ, ລວມທັງ ການຮັບຮອງເອົານະໂຍບາຍວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ການຮ່ວມມືກັບກົນໄກດ້ານສິດທິມະນຸດສາກົນ ແລະ ພາກພື້ນ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຈໍາກັດ ແລະ ສິ່ງທ້າທາຍຕ່າງໆທີ່ ສປປ ລາວ ຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍສະເພາະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທໍາມະຊາດ, ຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກປາງສົງຄາມ. ຄຽງຄູ່ກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ຢືນຢັນຄືນ ຄໍາໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການສົ່ງເສີມ ແລະ ປົກປ້ອງບັນດາສິດທິຕ່າງໆ ໂດຍພາຍໃຕ້ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ໂດຍສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍພາຍໃນທີ່ກ່ຽວຂ້ອງ ແລະ ບູລິມະສິດດ້ານການພັດທະນາໃນແຕ່ລະໄລຍະຂອງ ສປປ ລາວ.
ຫຼັງຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ສົນທະນາ ແລະ ຊີ້ແຈງອະທິບາຍຕໍ່ບັນດາຄໍາຖາມເຈາະຈີ້ມທີ່ຄະນະກໍາມະການໄດ້ຍົກຂຶ້ນທີ່ກ່ຽວຂ້ອງກັບສິດທິດ້ານຕ່າງໆທີ່ໄດ້ກໍານົດໄວ້ໃນສົນທິສັນຍາ, ລວມທັງການສຶກສາ, ສາ ທາລະນະສຸກ, ແຮງງານ, ການປົກປ້ອງທາງສັງຄົມ, ຄວາມສະເໝີພາບບົດບາດຍິງ-ຊາຍ, ສິດທິຂອງແມ່ຍິງ, ເດັກນ້ອຍ ແລະ ກຸ່ມຄົນດ້ອຍໂອກາດຕ່າງໆ, ການເຂົ້າຮ່ວມຊີວິດວັດທະນະທຳ ແລະ ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ບັນຫາທີ່ປິ່ນອ້ອມອື່ນໆ.
ພາຍຫຼັງສໍາເລັດການທົບທວນບົດລາຍງານແຫ່ງຊາດດັ່ງກ່າວນີ້, ຄະນະກໍາມະການ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຈະສົ່ງຄໍາເຫັນມ້ວນທ້າຍ (Concluding Observations) ໃຫ້ ສປປ ລາວ ໃນວັນທີ 6 ຕຸລາ 2025 ເພື່ອນໍາໄປພິຈາລະນາຈັດຕັ້ງປະຕິບັດ ແລະ ລາຍງານຄວາມຄືບໜ້າໃນຮອບວຽນຕໍ່ໄປ.
ສປປ ລາວ ເປັນພາຄີສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນວັນທີ 13 ກຸມພາ 2007, ໄດ້ສົ່ງບົດລາຍງານແຫ່ງຊາດ ສະບັບທໍາອິດ ພາຍໃຕ້ສົນທິສັນຍາດັ່ງກ່າວ ໃນເດືອນສິງຫາປີ 2022 ແລະ ໄດ້ສົ່ງບົດຕອບຄຳຖາມເຈາະຈີ້ມຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ແລະ ສປປ ລາວ ໃນເດືອນຕຸລາ 2024.
ຂ່າວ: ກະຊວງການຕ່າງປະເທດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,489 | 21,765 |
![]() THB | 673.42 | 684.19 |
![]() EUR | 24,492 | 24,983 |
![]() CNY | 2,956 | 3,015 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |