
ຕາມບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ, ແຂວງເຊກອງ ຂຶ້ນທະບຽນ, ອອກບັດ ແລະ ຕໍ່ບັດອະນຸຍາດອອກແຮງງານ ໃຫ້ແຮງງານຕ່າງປະເທດທີ່ມາເຄື່ອນໄຫວເຮັດວຽກພາຍໃນແຂວງໄດ້ 1,858 ເທື່ອຄົນ ຍິງ 171 ເທື່ອຄົນ. ປະເມີນ ແລະ ຢັ້ງຢືນການຕໍ່ບັດອະນຸຍາດເຮັດວຽກ ໃຫ້ແຮງງານງານຕ່າງປະເທດໄດ້ 548 ເທື່ອຄົນ ຍິງ 80 ເທື່ອຄົນ. ໃນນີ້, ແຮງງານຫວຽດນາມ 498 ເທື່ອຄົນ ຍິງ 67 ເທື່ອຄົນ, ສປ ຈີນ 6 ເທື່ອຄົນ ຍິງ 1 ເທືຶ່ອຄົນ, ໄທ 3 ເທື່ອຄົນ ແລະ ຢິ່ປຸ່ນ 2 ເທື່ອຄົນ.
					
					
				
ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ພັດທະນາ ແລະ ຝຶກສີມືແຮງງານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາ ຕາມໂຄງປະກອບເສດຖະກິດໄດ້ທັງໝົດ 1,985 ເທື່ອຄົນ ຍິງ 673 ເທື່ອຄົນ; ຈັດຫາວຽກເຮັດງານທໍາ ຕາມແຕ່ລະຂົງເຂດຂະແໜງການຕ່າງໆໄດ້ 208 ເທື່ອຄົນ ຍິງ 79 ເທື່ອຄົນ; ກວດຜ່ານ ແລະ ອະນຸຍາດນໍາໃຊ້ກົດລະບຽບພາຍໃນ ໃຫ້ບັນດາຫົວໜ່ວຍແຮງງານໄດ້ 327 ເທື່ອຫົວໜ່ວຍ ແລະ ຂະຫຍາຍອັດຕາປົກຄຸມປະກັນສັງຄົມໄດ້ 1,529 ຄົນ ທຽບໃສ່ແຜນປະຕິບັດໄດ້ 114.10% (ແຜນ 5 ປີ 1,340 ຄົນ).
ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຍັງຊີ້ໃຫ້ເຫັນອີກວ່າ: ໃນ 5 ປີຕໍ່ໜ້າ, ແຂວງຈະເອົາໃຈໃສ່ພັດທະນາ ແລະ ຍົກລະດັບສີມືແຮງງານໃຫ້ມີຄວາມຫຼາກຫຼາຍສາຂາອາຊີບ; ສົ່ງເສີມການສ້າງວຽກເຮັດງານທໍາທີ່ໝັັ້ນຄົງ ແລະ ມີລາຍໄດ້ທີ່ສົມເຫດສົມຜົນ; ຈັດຕັັ້ງການແຂ່ງຂັນສີມືແຮງງານ ແລະ ພັດທະນາລະບົບຂໍ້ມູນຂ່າວສານ, ລະບົບການບໍລິການຈັດຫາງານໃຫ້ມີຄວາມທັນສະໄໝ, ສະດວກ, ວ່ອງໄວ ແລະ ຫຼາຍຮູບແບບ; ສ້າງກົນໄກການປະສານງານ ກັບບັນດາຄູ່ຮ່ວມງານຈາກພາກລັດ ແລະ ພາກເອກະຊົນ ເພື່ອສົ່ງເສີມການຫັນການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ; ປັບປຸງກົນໄກການບໍລິການຈັດຫາງານໃຫ້ແຮງງານເຄື່ອນຍ້າຍພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການສ້າງວຽກເຮັດງານທໍາຢູ່ຊົນນະບົດ ເພື່ອສ້າງຕໍາແໜ່ງງານ, ການປະກອບອາຊີບອິດສະຫຼະ ຫຼື ວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ ໂດຍໃຫ້ບູລິມະສິດແກ່ແຮງງານພາຍໃນ; ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດປະກອບ ສ່ວນພັດທະນາສືມືແຮງງານ ແລະ ຝຶກອົບຮົມວິຊາຊີບໃຫ້ກຳລັງແຮງງານຢ່າງກວ້າງຂວາງ.
(ຂ່າວ: ສັນຍາ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













