pele - 2025-09-22T152807.090
ຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມແລກປ່ຽນ ການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 22 September, 2025
ໝວດ: ຂ່າວ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມແລກ ປ່ຽນການຮ່ວມມືດ້ານອຸດສາຫະກຳຂັ້ນສູງ ຈີນ-ອາຊຽນ ປະຈຳປີ 2025 ແລະ ກອງປະຊຸມຮ່ວມມືເສດຖະກິດຂ້າມຊາຍແດນຈີນ-ຫວຽດນາມ ຢູ່ເມືອງນານໜິງ ແຂວງກວາງຊີ ສປ ຈີນ.

 

 

Digital Marketing Agency in Laos - Emerging Digital Solutions

อาจเป็นรูปภาพของ 7 คน และ ข้อความ

 

ທ່ານຮອງລັດຖະມົນຕີ ກຕສ ໄດ້ກ່າວວ່າ: ໃນໄລຍະ 3 ປີຜ່ານມາ, ທາງລົດໄຟຈີນ-ລາວ ໄດ້ເປີດການນຳໃຊ້ ເຮັດໃຫ້ ສປປ ລາວ ມີການຂະຫຍາຍຕົວ ດ້ານສິນຄ້າອຸດສາຫະກຳທີ່ກ້າວໜ້າ ແລະ ການຮ່ວມມືຂ້າມຊາຍແດນໄຫລເຂົ້າມາຢ່າງບໍ່ຢຸດຢັ້ງ, ເປັນການສະທ້ອນໃຫ້ເຫັນເຖິງ ການເຊື່ອມຕໍ່ລະຫວ່າງ ຈີນ-ອາຊຽນ, ການຂະຫຍາຍຕົວ ແລະ ການພັດທະນາຂອງພາກພື້ນ. ປັດຈຸບັນ, ສປປ ລາວ ພວມກ້າວໄປສູ່ເປົ້າໝາຍການເຕີບໂຕທາງດ້ານເສດຖະ ກິດ ໃນປີ 2025 ຢູ່ທີ່ 4,8% ໂດຍສຸມໃສ່ການຫັນເປັນທັນສະໄໝທາງດ້ານກະສິກຳ, ການພັດທະນາພະລັງງານ, ເສດຖະກິດດີຈິຕອນ ແລະ ການຍົກລະດັບພື້ນຖານໂຄງລ່າງ. ໃນຂະບວນການດັ່ງກ່າວ, ສປປ ລາວ ໄດ້ຮັບຮູ້ຢ່າງຈະແຈ້ງໃນບົດບາດເປັນ “ສາມສູນກາງ” ແລະ ປະກອບສ່ວນອັນເປັນເອກະລັກສະເພາະໃຫ້ແກ່ການຮ່ວມມື ຈີນ-ອາຊຽນ ໂດຍ ສປປ ລາວ ຈະກາຍເປັນສູນການຫັນປ່ຽນ ດ້ານເຕັກໂນໂລຊີດີຈິຕອນຂອງພາກພື້ນ, ເປັນສູນກາງການຂົນສົ່ງດ້ານພະລັງງານສີຂຽວ ແລະ ເປັນສູນຈຳໜ່າຍສິນຄ້າຂົນສົ່ງສິນຄ້າຂ້າມແດນ, ທາງລົດໄຟຈີນ-ລາວ ໄດ້ຫັນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດທີ່ມີການເຊື່ອມໂຍງເຊື່ອມຈອດ.

 

อาจเป็นรูปภาพของ 12 คน, ห้องข่าว และ ข้อความ

 

ໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ກຕສ ກໍໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດຄູ່ຮ່ວມມື ດ້ານລະບົບນິເວດອາຊຽນຂອງ ບໍລິສັດ iflytek ຈຳກັດ, ເຂົ້າຮ່ວມກອງປະຊູມໂຕະມົນ ປັນຍາປະດິດຂັ້ນລັດຖະມົນຕີ ແລະ ເປີດໂຕຊຸດຈຳລອງ ປັນຍາປະດິດພາສາລາວ ຮ່ວມກັບ ບໍລິສັດ ALO ເຕັກໂນໂລຊີ ຈຳກັດ ແລະ ບໍລິສັດ ສູນຂໍ້ມູນໃຫຍ່ອາຊຽນ ຈຳກັດ, ຫລັງຈາກນັ້ນ, ໄດ້ນຳພາ ຄະນະເຮັດວຽກຮ່ວມກັບ ບໍລິສັດການລົງທຶນແຂວງກວາງຊີ ກຣຸບ ຈໍາກັດ (GIG) ພ້ອມທັງ, ລົງນາມບົດບັນຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ ໃນການຮ່ວມມື ເລື່ອງແອັບພລິເຄຊັນ ປັນຍາປະດິດ (AI) ຮ່ວມກັບ ບໍລິສັດດັ່ງກ່າວ ຕື່ມອີກ.

 

ຂ່າວ: ກະຊວງ ກຕສ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ