ດວງ-Tou-Vientianepost (97)
ຈະໃຊ້ງົບ 250.000 ໂດລາສະຫະລັດ ໃນການອະນຸລັກ ຊ້າງປ່າ ແລະໄມ້ຮິ້ງຊຳ ຢູ່ເມືອງນາກາຍແຂວງຄຳມ່ວນ.
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 June, 2023
ໝວດ: ຂ່າວ

ພິທີເຊັນສັນຍາການສະໜອງທຶນສໍາລັບໂຄງການ ອະນຸລັກຊ້າງປ່າ ແລະ ໄມ້ຮິ້ງຊໍາລະຫວ່າງ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດນໍ້າເທີນ 2 ຈໍາກັດ ຈັດຂຶ້ນໃນວັນທີ 31 ພຶດສະພານີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງໆນາກາຍ ແຂວງ ຄໍາມ່ວນ ແລະ ທ່ານ ມາກ ອານຕ໋ວນ ( Marc Antoine Rupp ), ຫົວໜ້າ ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກກົມປ່າໄມ້, ເມືອງນາກາຍ ແລະ ບໍລິ ສັດໄຟຟ້ານໍ້າເທີນ 2 ຈໍາກັດ.

ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນວ່າ: ພັກ ແລະ ລັດກໍ່ຄືກະຊວງກະ ສິກຳ ແລະ ປ່າໄມ້ ຍາມໄດກໍ່ມີຄວາມພະຍາ ຍາມ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ອະນຸລັກຊ້າງອັນພົ້ນເດັ່ນໄດ້ມີແຜນດຳ ເນີນງານຄຸ້ມຄອງຊ້າງແຫ່ງຊາດແຕ່ປີ 2022 ຫາ 2032 ທີ່ທາງລັດຖະມົນຕີ ກະ ຊວງກະສິກຳ ແລະ ປ່າໄມ້ ຫາກໍ່ອະນຸ ມັດໄປໃນທ້າຍປີກາຍນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ, ອະນຸລັກ ແລະ ປົກປັກຮັກສາ ຊ້າງຢູ່ລາວ ໃຫ້ມີຄວາມຍືນຍົງ ແລະ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ອະນຸລັກຊ້າງ ແລະ ຟື້ນຟູໄມ້ຮີ້ງຊຳ ໃນເຂດພັດນາອ່າງ

ຮັບນ້ຳຂອງເຂື່ອນໄຟຟ້ານໍ້າເທີນ 2, ກົມປ່າໄມ້ ໄດ້ຮ່ວມກັບບໍລິສັດໄຟຟ້ານ້ຳເທີ 2 ເພື່ອສ້າງບົດບັນທຶກຂໍ້ຕົກລົງ MOA ໂຄງການຄຸ້ມຄອງຊ້າງອາຊີ ແລະ ການຟື້ນຟູໄມ້ຮີ້ງຊໍາ ໂດຍປະຕິບັດຕາມສັນຍາສຳປະທານ ທີ່ທາງບໍລິສັດໄຟຟ້ານ້ຳເທີນ2 ໄດ້ມີພັນທະໃນການຄຸ້ມຄອງຊ້າງອາຊີ ແລະ ການຟື້ນຟູໄມ້ຮິ້ງຊຳ ໃນເຂດພື້ນທີ່ຖືກຜົນກະທົບໃນການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ2, ໂຄງການນີ້ໄດ້ລິເລີ່ມຕັ້ງແຕ່ມື້ອະນຸມັດໃນການດຳເນີນກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ2 ເປັນຕົ້ນມາ. ໃນສັນຍາສໍາປະທານສະບັບດັ່ງກ່າວນັ້ນທາງບໍລິສັດໄຟຟ້ານໍ້າເທີນ 2 ແມ່ນເປັນຜູ້ຮັບຜິດຊອບຕາມພາລະບົດບາດຂອງຕົນ, ສະນັ້ນ

ທາງບໍລິສັດໄຟຟ້ານໍ້າເທີນ 2 ຈຶ່ງສະເໜີມອບໂອນວຽກຄຸ້ມຄອງຊ້າງອາຊີການຟື້ນຟູໄມ້ຮິ້ງຊໍາໃຫ້ ກົມປ່າໄມ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ. ເຊຶ່ງມີໄລຍະເວລາ 5 ປີ ເລີ່ມແຕ່ປີ 2023 ຫາ 2027, ງົບປະມານທັງໝົດ 250.000 ໂດລາສະຫະລັດ ຫລື ປະມານ 4 ຕື້ 250 ລ້ານກວ່າກີບຕໍ່ປີ ສັນຍາອາດສາມາດຂະຫຍາຍເພີ່ມຈົນຮອດທ້າຍປິ 2035 ຕາມໄລຍະເວລາຂອງການສໍາປະທານຂອງບໍລິສັດໄຟຟ້ານໍ້າເທີນ2 ໂດຍອີງຕາມການເຫັນດີຈາກທັງສອງຄູ່ຮ່ວມມືກັນລະຫວ່າງກົມປ່າໄມ້ ແລະ ບໍລິສັດໄຟຟ້ານໍ້າເທີນ2. ທີ່ເຮັດບົດບັນທຶກຂໍ້ຕົກລົງຮ່ວມກັນ ຫລື MOA.

ຫົວໜ້າກົມ ປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ມີຄໍາເຫັນຕື່ມວ່າ: ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນແມ່ນໜຶ່ງໃນອຸທິຍານແຫ່ງຊາດທີ່ມີຈໍານວນປະຊາກອນຊ້າງຫລາຍທີ່ສຸດໃນລາວ. ຜົນການສໍາຫລວດໃນໄລຍະ 2004 ສະແດງໃຫ້ເຫັນວ່າ: ປະຊາກອນຊ້າງມີປະມານ 132 ໂຕ ແລະ ປັດຈຸບັນອາດມີຈໍານວນເພີ່ມຂຶ້ນຫລາຍ. ນອກນີ້ ເຂດພູພຽງນາກາຍ ຍັງມີຄວາມຫຼາກຫຼາຍຂອງຊະນິດພັນ

ສັດປ່າ ແລະ ພືດປ່າທີ່ຫາຍາກ ໂດຍສະເພາະແມ່ນຊ້າງ ແລະ ໄມ້ຮີ້ງຊຳ. ພາຍຫຼັງ ທີ່ໄດ້ມີການພັດທະນາອ່າງນໍ້າເທີນ 2 ໃນການກໍ່ສ້າງເຂື່ອນໄຟຟ້າ ແລະ ລະດັບນໍ້າທີ່ສູງຂຶ້ນເຮັດໃຫ້ຊະນິດພັນພືດທີ່ຫາຍາກຖືກນໍ້າຖ້ວມ ແລະ ສັດປ່າລວມທັງຊ້າງປ່າຕ້ອງໄດ້ເຄື່ອນຍ້າຍເພື່ອຊອກຫາແຫຼ່ງອາຫານໃນພື້ນທີ່ໃໝ່ທີ່ເປັນພື້ນທີ່ທຳການຜະລິດຂອງປະຊາຊົນ ເຮັດໃຫ້ເກີດມີມັນຫາຂໍ້ຂັດແຍ່ງລະຫວ່າງຄົນກັບຊ້າງ ເປັນຂອບເຂດກວ້າງຈາກພູພຽງນາກາຍໄປຍັງທົ່ງພຽງຍົມມະລາດ ແລະ ເຊື່ອມຕໍ່ໄປໃສ່ປ່າສະຫງວນແຫ່ງຊາດພູຊ້າງແຫ່ ແຂວງ ສະຫວັນນະເຂດ.%

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ