
ໃນວັນທີ 23 ກັນຍານີ້ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນນຳເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ທະນາຄານພັດທະນາລາວ ຈຳກັດມອບ 500 ລ້ານກີບ, ບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ 50 ລ້ານກີບ, ບໍລິສັດ ພັດນາສາມຫລ່ຽມເສດຖະກິດຄົບວົງຈອນ ຈຳກັດ 500 ລ້ານກີບ, ບໍລິສັດ ທອງສະຫວັນກໍ່ສ້າງ ຈຳກັດຜູ້ດຽວ 200 ລ້ານກີບ ແລະ ຮັບຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.
					
					
				
ໂອກາດນີ້, ທ່ານເຈົ້າແຂວງວຽງຈັນ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ກັບບັນດາບໍລິສັດດັ່ງກ່າວ ທີ່ໄດ້ຊ່ວຍເຫຼືອງົບປະມານເຂົ້າໃນການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ຊຶ່ງຈະນຳໃຊ້ເງິນຈຳນວນດັ່ງກ່າວຮັບໃຊ້ກອງປະຊຸມຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ; ພ້ອມນີ້ ທ່ານເຈົ້າແຂວງວຽງຈັນ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບບັນດາບໍລິສັດດັ່ງກ່າວ.
(ແຫຼ່ງຂ່າວ: ແຂວງວຽງຈັນ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













