ດວງ-Tou-Vientianepost - 2023-06-01T213547.137
ຍິງລາວຜູ້ເຄາະຮ້າຍ ຖືກຕົວະໄປເຮັດວຽກຢູ່ໄທ 17 ປີບໍ່ໄດ້ຮອດຄ່າຈ້າງ ແຖມບໍ່ໃຫ້ອອກໄປໃສ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 June, 2023
ໝວດ: ຂ່າວ

ຜູ້ເຄາະຮ້າຍ ອາຍຸ 32 ປີ ປະຊາຊົນເມືອງເລົ່າງາມ ແຂວງສາລະວັນ ໄດ້ພົບກັບຄອບຄົວເປັນຄັ້ງທຳອິດ ໃນຮອບ 17 ປີ ພາຍຫຼັງທີ່ຕົກເປັນເຫຍື່ອຂອງນາຍໜ້າຄ້າແຮງງານລາວ-ໄທ ຕົວະໄປເຮັດວຽກຢູ່ບາງກອກ ປະເທດໄທ ຕັ້ງແຕ່ອາຍຸຍັງບໍ່ທັນຮອດ 15 ປີ ຢູ່ໃນເຮືອນຫຼັງໜຶ່ງ ໃນຖານະເປັນຄົນໃຊ້ ຢູ່ປະເທດໄທ ໂດຍທີ່ນາຍຈ້າງບໍ່ໄດ້ໃຫ້ຄ່າຈ້າງເລີຍ.

ໃນວັນທີ 23 ພຶດສະພາ 2023 ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ: ທາງການໄທໄດ້ສົ່ງມອບຕົວເຫຍື່ອຂອງນາຍໜ້າຄ້າແຮງງານ ໃຫ້ກັບເຈົ້າໜ້າທີ່ຂອງແຂວງຈຳປາສັກ ແລະ ແຂວງສາລະວັນ, ພ້ອມນີ້ ທາງການໄທກໍໄດ້ມອບເງິນຊ່ວຍເຫຼືອໃນການດຳເນີນຄະດີ ແລະ ຈາກການປັບໄໝນາຍຈ້າງ ຈຳນວນ 180.000 ບາດ ໃຫ້ຜູ້ກ່ຽວນຳໄປໃຊ້ສ້າງຊີວິດໃໝ່ ຢູ່ບ້ານເກີດ.

ຕາງໜ້າກົມສະຫວັດດີການ ແລະ ຄຸ້ມຄອງແຮງງານ ບາງກອກ ປະເທດໄທ ໄດ້ໃຫ້ສຳພາດວ່າ: ທາງການໄທກໍໄດ້ປະສານງານກັບສຳນັກງານສະວັດດີການແຂວງອຸບົນ ເພື່ອໃຫ້ເປັນໂຕແທນ ມອບເງິນທີ່ໄດ້ຮຽກຮ້ອງຈາກນາຍຈ້າງ ຈຳນວນ 180.000 ບາດ ເຊິ່ງນາຍຈ້າງກໍເອົາເງິນມາຈ່າຍ ເພື່ອສົ່ງມອບໃຫ້ກັບລູກຈ້າງ.

ການຊ່ວຍເຫຼືອໄດ້ເກີດຂຶ້ນໃນວັນທີ 13 ມີນາ 2023 ໂດຍເຈົ້າໜ້າທີ່ຈາກພາກສ່ວນແຮງງານຈາກ ສປປ ລາວ, ອົງການສາກົນ ແລະ ຕຳຫຼວດ ໄດ້ນຳໝາຍຄົ້ນ ເພື່ອໄປຊ່ວຍລູກຈ້າງຢູ່ໃນເຮືອນທີ່ເຮັດວຽກຢູ່ ຫຼັງຈາກເຈົ້າໜ້າທີ່ໄທໄດ້ຮັບແຈ້ງຈາກຍາດພີ່ນ້ອງຜູ້ເຄາະຮ້າຍທີ່ຢູ່ ສປປ ລາວ ວ່າ ຜູ້ກ່ຽວໄດ້ເຮັດວຽກຢູ່ເຮືອນຫຼັງດັ່ງກ່າວເປັນເວລາດົນແລ້ວ ນາຍຈ້າງບໍ່ໃຫ້ຄ່າຈ້າງ ແລະ ບໍ່ສາມາດອອກຈາກເຮືອນຫຼັງນັ້ນໄດ້ ນອກຈາກຈະຖືກຕົວະໄປເຮັດວຽກຢູ່ໄທແຕ່ຍັງນ້ອຍແລ້ວ ກໍຍັງຖືກກັກຕົວຢູ່ແຕ່ໃນເຮືອນຕະຫຼອດໄລຍະ 17 ປີ.

ເຖິງຢ່າງໃດກໍຕາມ ປັດຈຸບັນ ຜູ້ເຄາະຮ້າຍຄົນດັ່ງກ່າວກໍໄດ້ກັບຄືນປະເທດແລ້ວ ແຕ່ມູນນິທິເຄືອຄ່າຍສົ່ງເສີມ ຄຸນນະພາບຊີວິດແຮງງານ ທີ່ມີສ່ວນສຳຄັນໃນການຊ່ວຍເຫຼືອໃນຄັ້ງນີ້ກໍຍັງມີຄວາມເປັນຫ່ວງຕໍ່ກັບການໃຊ້ຊີວິດຂອງຜູ້ເຄາະຮ້າຍຄົນນີ້ ຍ້ອນຜູ້ກ່ຽວໄດ້ຖືກພາມາເຮັດວຽກແຕ່ຍັງນ້ອຍ ແລະ ຖືກກັກບໍ່ໃຫ້ອອກໄປໃສ ບໍ່ເຄີຍຈັບເງິນ ຈຶ່ງຕ້ອງກັງວົນເລື່ອງການປັບຕົວເມື່ອຢູ່ກັບສັງຄົມ.

ທີ່ມາ RFA Lao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
ຢ່າລື່ມກົດຕິດຕາມ