
ຄົນເກີດວັນອາທິດ:ການງານເຮັດທຸລະກິດດ້ານແຟຊັ່ນ ຫຼື ວົງການບັນເທິງຈະປະສົບຄວາມສຳເລັດດີ ການເງິນຈະພົບຜູ້ອຸປະຖຳທາງການເງິນ ເພີ່ນຈະເຂົ້າມາຊ່ວຍເຫຼືອທ່ານໃນໄວໆນີ້ ຄວາມຮັກໄດ້ພົບຮັກເທື່ອໃໝ່ເກີດຄວາມສຸກສົມຫວັງ ແຕ່ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນຈັນ:ການງານເຈລະຈາທຸລະກິດໄດ້ຜົນກຳໄລທາງການເງິນ ການງານກໍາລັງຮຸ່ງເຮືອງ ການເງິນຈະໄດ້ເງິນກ້ອນໃຫຍ່ຈາກຜູ້ໃຫຍ່ມາອຸປະຖຳໃນເລື່ອງການໃຊ້ຈ່າຍ ຄວາມຮັກພົບຄວາມສຳພັນບໍ່ຊັດເຈນ ເພາະເປັນການຄົບແບບປົກປິດ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ 3
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າທີ່ດິນໄດ້ກຳໄລດີ ແຕ່ລະວັງຈະຖືກໂກງ ການເງິນພົບເລື່ອງເສຍເງິນແບບເລັ່ງດ່ວນ ອາດເສຍເງິນເປັນກ້ອນ ຄວາມຮັກ ໄດ້ພົບຮັກກັບຄົນມີຊື່ສຽງ ແຕ່ອາດເປັນການທີ່ໄດ້ຮູ້ຈັດແຕ່ບໍ່ລົງເອີຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພຸດ:ການງານມີໂອກາດຍົກຍ້າຍວຽກໃໜ່ ສະຖານທີ່ໃໝ່ໃນໄວໆນີ້ ອາດເປັນຍ້ອນຄວາມສາມາດຂອງທ່ານເອງ ການເງິນມີຂ່າວດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຮຸ່ນອ້າຍເອື້ອຍ ອາດເຂົ້າມາຕໍ່ເຕີມຫົວໃຈທ່ານໃຫ້ສົມຫວັງ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ 4
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດຖ້າທ່ານມີຄວາມອົດທົນ ການເງິນເກີດຄວາມຈະເລີນຮຸ່ງເຮືອງລ້ຳລວຍໃນເລື່ອງຂອງການເງິນ ຄວາມຮັກການເດີນທາງໄກມີໂອກາດໄດ້ພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ ສີມຸງຄຸນສີມ່ວງອ່ອນ ເລກນຳໂຊກ 1
ຄົນເກີດວັນສຸກ:ການງານລະວັງເລື່ອງຂອງການລົງນາມເອກະສານທາງທຸລະກິດອາດເປັນສັນຍາທີ່ຖືກໂກງ ການເງິນຈະໄດ້ໂຊກຈາກຄວາມຜູ້ໃຫຍ່ເພີ່ນຈະຊ່ວຍອຸປະຖໍາ ຄວາມຮັກເລີ່ມຕົ້ນຄວາມສຳພັນກັບຄົນຮັກໃໝ່ຈະເຮັດໃຫ້ທ່ານມີຄວາມສຸກຫຼາຍຂື້ນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ1
ຄົນເກີດວັນເສົາ:ການງານການງານຢູ່ໃນຂັ້ນຕອນປັບປຸງໜ້າວຽກ ຈະເຮັດໃຫ້ທ່ານມີປະສົບການຫຼາຍຂຶ້ນ ການເງິນການເຈລະຈາຕໍ່ລອງຈະເຮັດໃຫ້ໄດ້ເງິນກ້ອນໃຫຍ່ ຄວາມຮັກໄດ້ພົບຄົນມີສະເໜ່ ຄົນທີ່ທ່ານອາດບໍ່ຄິດວ່າຈະສາມາດລົມກັນໄດ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














