pele - 2025-09-29T094633.924
ມວນຊົນ ນະຄອນ ຫລວງພະບາງ ຮ່ວມສະຫລອງວັນຕ້ານພະຍາດວໍ້ໂລກ
ຮຽບຮຽງໂດຍ:Pele
ເຜີຍແຜ່: 29 September, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ຈັດພິທີສະເຫລີມສະຫລອງ ວັນຕ້ານພະຍາດວໍ້ໂລກ (28 ກັນຍາ) ໃນວັນທີ 26 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ຊາຍພອນ ຈັນທຸມມາ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າຂະແໜງພາຍໃນພະແນກ ແລະ ປະຊາຊົນຜູ້ມີສັດລ້ຽງ ປະເພດໝາ ແລະ ແມວ ເຂົ້າຮ່ວມ.

 

อาจเป็นรูปภาพของ 7 คน และ ข้อความ

 

ທ່ານ ຊາຍພອນ ຈັນທຸມມາ ໄດ້ກ່າວວ່າ: ປະຊາຊົນລາວສ່ວນໃຫຍ່ 80% ແມ່ນດຳລົງຊີວິດ ຖືເອົາການລ້ຽງສັດເປັນສ່ວນໃຫຍ່ ເຊັ່ນ: ລ້ຽງສັດປະເພດສວຍງາມໄດ້ແກ່ຈຳພວກ ໝາ, ແມວ ຫລື ລ້ຽງໄວ້ນຳໃຊ້ປະໂຫຍດຄື: ລ້ຽງເພື່ອເຝົ້າເຮືອນ ແລະ ລ້ຽງເພື່ອລ່າເນື້ອ, ເຊິ່ງແຕ່ລະວັນ ໄດ້ມີການໃກ້ຊິດຕິດແທດກັນ ເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະຖືກສັດທີ່ເປັນວໍ້ກັດ ແລະ ພາໃຫ້ເປັນພະຍາດວໍ້ໄດ້. ພະຍາດວໍ້ແມ່ນ ພະຍາດຊຶມເຊື້ອ ທີ່ຮ້າຍແຮງຊະນິດໜຶ່ງທີ່ຕິດຕໍ່ຈາກສັດໃສ່ຄົນ ເຊິ່ງເກີດມາແຕ່ດົນນານ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ, ມີປະມານ 2,5 ລ້ານຄົນໃນທົ່ວໂລກ ທີ່ດຳລົງຊີວິດຢູ່ໃນເຂດບົ່ມຊ້ອນຂອງພະຍາດວໍ້ 98% ຂອງກໍລະນີພະຍາດວໍ້ແມ່ນ ຕິດເຊື້ອຍ້ອນຖືກໝາກັດ. ຂໍ້ມູນຈາກສູນວິເຄາະ ແລະ ລະບາດວິທະຍາ ມີການລາຍງານຈາກບາງແຂວງ ແຕ່ປີ 2012 ຫາ ເດືອນກັນຍາ 2023 ມີຈຳນວນຄົນທີ່ຖືກໝາ ກັດ 318 ຄົນ ແລະ ມີຜູ້ເສຍຊີວິດ 59 ຄົນ, ສະເພາະຢູ່ ສປປ ລາວ ໄດ້ນຳໃຊ້ມາດຕາການ ການສັກຢາປ້ອງກັນ ພະຍາດວໍ້ໃຫ້ແກ່ໝາ-ແມວໃນທຸກປີ ເພື່ອຄວບຄຸມພະຍາດວໍ້, ແຕ່ອັດຕາການສັກຢາກັນພະຍາດວໍ້ ຍັງບໍ່ບັນລຸເປົ້າໝາຍທີ່ວາງໄວ້.

 

อาจเป็นรูปภาพของ 6 คน และ ลิงลม

 

ຈາກນບັນຫາທີ່ຕັ້ງຂຶ້ນ ອົງການຈັດຕັ້ງສາກົນ ຈຶ່ງໄດ້ສ້າງຕັ້ງວັນຕ້ານພະຍາວໍ້ໂລກ ໂດຍການກຳນົດເອົາ ວັນທີ 28 ກັນຍາ ເຊິ່ງເປັນວັນເກີດຂອງ ທ່ານ ຫລຸຍ ປັດສະເຕີ ນັກປາດຊາວຝຣັ່ງເສດ ທີ່ສາມາດຜະລິດວັກຊິນ ກັນພະຍາດວໍ້ ເປັນຄົນທຳອິດຂອງໂລກ ນັບແຕ່ມື້ນັ້ນມາ ໄດ້ມີການພັດທະນາຢາກັນພະຍາດວໍ້ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ. ໃນທຸກປີ ສປປ ລາວ ໄດ້ຈັດພິທີສະເຫລີມສະຫລອງວັນດັ່ງກ່າວ ເພື່ອໃຫ້ທຸກຄົນເຫັນໄດ້ຄວາມອັນຕະລາຍຮ້າຍແຮງ ຂອງພະຍາດວໍ້, ທັງມີສ່ວນຮ່ວມຕ້ານພະຍາດວໍ້ ດ້ວຍການເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກ ໃຫ້ທຸກພາກສ່ວນ ມີຄວາມເຂົ້າໃຈ ກ່ຽວກັບພະຍາດວໍ້ ແລະ ມີການຮ່ວມມືຕ້ານພະຍາດວໍ້ໃຫ້ຫລາຍຂຶ້ນ.

 

อาจเป็นรูปภาพของ 5 คน และ ลิงลม

 

ໃນພິທີ ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນສັກວັກຊິນ ກັນພະຍາດວໍ້ ໃຫ້ກັບສັດ ໂດຍມີປະຊາຊົນພາຍໃນນະຄອນ ຫລວງພະບາງ ໄດ້ນຳເອົາສັດປະເພດໝາ ແລະ ແມວ ມາຮ່ວມສັກເປັນຈຳນວນຫລາຍ. ສຳລັບການສັກວັກຊິນໃນມື້ສະເຫລີມສະຫລອງ ແມ່ນໄດ້ມີການບໍລິການໂດຍບໍ່ເສຍຄ່າ. ພ້ອມນັ້ນ, ທີມງານສັດຕະວະແພດຂອງ ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫລວງພະບາງ ຈະສືບຕໍ່ເຄື່ອນໄຫວບໍລິການສັກວັກຊິນ ກັນພະຍາດວໍ້ໃຫ້ກັບສັດ ທີ່ມີຄວາມຫຍຸ້ງຍາກໃນການເຄື່ອນຍ້າຍ ຕື່ມອີກ.

 

อาจเป็นรูปภาพของ 14 คน, วัด และ ข้อความ

 

ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ