
ປະທານາທິບໍດີໂດນາລ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ປະນາມເຫດການຍິງໂບດມໍມອນໃນລັດມິຊິແກນ ວ່າເປັນການໂຈມຕີເປົ້າໝາຍຊາວຄຣິສຕຽນໂດຍກົງ. ເຫດການທີ່ໜ້າເສົ້າໃຈນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະບາດເຈັບອີກ 8 ຄົນ ພ້ອມກັບຮຽກຮ້ອງໃຫ້ຢຸດຕິ “ພະຍາດລະບາດແຫ່ງຄວາມຮຸນແຮງ” ທີ່ກຳລັງຖະໂຫມເຂົ້າໃສ່ສະຫະລັດອາເມຣິກາ.
ວັນທີ 28 ກັນຍາ 2568 (2025) ເກີດເຫດການຍິງສັບປະຍົດຢູ່ໂບດ Latter Day Saints ທີ່ເມືອງແກຣນບລອງ ລັດມິຊິແກນ ລະຫວ່າງພິທີທາງສາສະໜາ. ຜູ້ກໍ່ເຫດຊາຍອາຍຸ 40 ປີ ຂັບລົດພຸ່ງຊົນປະຕູດ້ານໜ້າ ກ່ອນນຳໃຊ້ອາວຸດປືນໄລເຟິນຍິງໃສ່ຜູ້ເຂົ້າຮ່ວມພິທີ. ຫົວໜ້າຕຳຫຼວດທ້ອງຖິ່ນເປີດເຜີຍວ່າ ເຈົ້າໜ້າທີ່ເຂົ້າຕອບໂຕ້ແລະຍິງຜູ້ກໍ່ເຫດຢູ່ບ່ອນເກີດເຫດ. ຍັງມີລາຍງານວ່າເກີດເຫດໄຟໄໝ້ໂບດຂຶ້ນນຳ, ຄາດວ່າຜູ້ກໍ່ເຫດເປັນຜູ້ກໍ່ການເອງ. ພາບຈາກໂດຣນສະແດງໃຫ້ເຫັນຫຼັງຄາໂບດຖືກໄຟໄໝ້ເສຍຫາຍໜັກ. ເຈົ້າໜ້າທີ່ກຳລັງກວດກາພື້ນທີ່ ເພື່ອຄົ້ນຫາຜູ້ປະສົບເຫດເພີ່ມເຕີມ.
ປະທານາທິບໍດີໂດນາລ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ປະນາມເຫດການຍິງໂບດມໍມອນນີ້ວ່າເປັນການໂຈມຕີເປົ້າໝາຍຊາວຄຣິສຕຽນໂດຍກົງ. ທ່ານກ່າວວ່າເຫດການຄັ້ງນີ້ເປັນສ່ວນໜຶ່ງຂອງ “ພະຍາດລະບາດແຫ່ງຄວາມຮຸນແຮງ” ທີ່ຕ້ອງຢຸດຕິລົງທັນທີ.
ທັງນີ້ ເຫດການຍິງສັບປະຍົດຄັ້ງນີ້ເກີດຂຶ້ນພຽງບໍ່ກີ່ວັນ ຫຼັງຈາກທຣຳປ໌ຫາກໍໃຫ້ຄຳໝັ້ນສັນຍາວ່າຈະອອກຄຳສັ່ງຝ່າຍບໍລິຫານເພື່ອຈັດການກັບ “ເຄືອຂ່າຍກໍ່ການຮ້າຍຝ່າຍຊ້າຍຫົວຮຸນແຮງ” ພາຍໃນປະເທດ, ຫຼັງຈາກເກີດເຫດຍິງຖະຫຼົ່ມສະຖານທີ່ຂອງສຳນັກງານກວດຄົນເຂົ້າເມືອງແລະສຸນລະກາກອນທີ່ເມືອງດັນລັດ ແລະການລອບສັງຫານຊາລີ ເຄີກ ອິນຟລູເອນເຊີສາຍອະນຸລັກນິຍົມທີ່ມີຊື່ສຽງ ໃນລັດຢູທາຫ໌ເມື່ອຕົ້ນເດືອນທີ່ຜ່ານມາ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














