pele - 2025-09-29T152625.018
ຜູ້ປ່ວຍໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 29 September, 2025
ໝວດ: ຂ່າວ

ປະຈຸບັນ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເຫັນວ່າການລະບາດຂອງໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ ແຕ່ມີກໍລະນີເສຍຊີວິດ ຍັງຢູ່ 1 ຄົນ.

 

ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2025 ຫາວັນທີ 28 ກັນຍາ, ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 9,230 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 4,663 ກໍລະນີ, ຮອງລົງມາ ແຂວງອຸດົມໄຊ 1,007 ກໍລະນີ, ວຽງຈັນ 680, ຫຼວງນໍ້າທາ 502 ກໍລະນີ ແຂວງອື່ນໆ ອີກ.

 

ໃນປີ 2024 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 11 ຄົນ ຍ້ອນໄຂ້ຍຸງລາຍ ໃນຂອບເຂດທົ່ວປະເທດລາວ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນປີ 2023 ຜ່ານມາ ຫຼຸດລົງ 9 ຄົນ ຊຶ່ງມີຜູ້ເສຍຊີວິດ 20 ຄົນ.

 

ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ເປັນໜຶ່ງພະຍາດທີ່ອັນຕະລາຍຕໍ່ຄົນເຮົາ, ທັງເປັນພະຍາດຊໍ້າເຮື້ອເກີດຂຶ້ນມາດົນນານ ແລະ ເກີດຂຶ້ນໃນແຕ່ລະປີ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວມີຈຳນວນຫຼາຍ ໃນຂອບ​ເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ຫຼື ລະດູໜາວ, ເນື່ອງຈາກສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການຈຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.

 

ທີ່ມາ: ໜັງສືພິມວຽງຈັນທາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ