pele - 2025-09-30T093136.310
ຢຶດຖືອາຊີບລ້ຽງງົວຂາຍ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍກວ່າ 900 ລ້ານກີບ
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 September, 2025

ການດຸໝັ່ນຂະຫຍັນພຽນທຳມາຫາກິນ ລ້ວນແລ້ວແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ດີຂື້ນ ແລະ ຮັ່ງມີໄດ້. ດັ່ງຄອບຄົວຂອງ ທ່ານ ຊາຍ ມາລາພອນ ຫຼື ຊາຍນ້ອຍ ຢູ່ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ຢືດຖືອາຊີບການ ຊື້່-ຂາຍ ງົວ-ຄວາຍ ແລະ ລ້ຽງງົວເປັນອາຊີບຫຼັກ ເລີ່ມແຕ່ປີ 1995 ເປັນ ຕົ້ນມາ ຈົນມີຟາມງົວເປັນຂອງຕົນເອງ ແລະ ສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ຫຼາຍກວ່າ 900 ລ້ານກີບຕໍ່ປີ. ທ່ານ ຊາຍ ມາລາພອນ ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 25 ກັນຍານີ້ວ່າ: ຟາມງົວ ມີເນື້ອທີ່ທັງໝົດ 190 ກວ່າເຮັກຕ່າ. ໃນນັ້ນ, ໄດ້ບຸກເບີກເປັນສວນປູກຫຍ້າເພື່ອລ້ຽງງົວ 30 ກວ່າເຮັກຕ່າ, ມີແຮງງານທັງໝົດ 5 ຄົນ. ມາຮອດທ້າຍປີ 2024 ໄດ້ປຶກສາຫາລືນໍາອົງການປົກຄອງເມືອງ ແລະ ທະນາຄານສົ່ງກະສິກຳ ເພື່ອຂໍກູ້ຢືມເງິນ ຈຳນວນ 1 ຕື້ກີບ, ພາຍຫຼັງໄດ້ຮັບເງິນ ໄດ້ນຳມາບຸກເບີກຟາມງົວ ໂດຍຊື້ແມ່ພັນຈຳນວນ 80 ໂຕ, ພໍ່ພັນ 10 ໂຕ, ຂະຫຍາຍສວນຫຍ້າ, ຊື້ເຫຼັກໜາມອ້ອມຮົ້ວຟາມ ແລະ ແປງທາງຂອບເຂດຟາມງົວ ໃຫ້ມີຄວາມສະດວກສະບາຍ. ປັດຈຸບັນໃນຟາມຂອງລາວມີງົວທັງໝົດ 158 ໂຕ. ສ່ວນຕະຫຼາດຈໍາໜ່າຍແມ່ນຂາຍພາຍໃນແຂວງ, ຕ່າງແຂວງ ແລະປະເທດ (ສປ ຈີນ) ຈໍານວນໜຶ່ງ. ນອກຈາກຂາຍເປັນໂຕແລ້ວ ໄດ້ນຳເຂົ້າເຕົາຂ້າສັດ ເປັນຂອງຕົນເອງເພື່ອຂາຍຊິ້ນພາຍຕະຫຼາດເມືອງນໍ້າບາກ. ໃນປີ 2025 ນີ້, ໄດ້ຂາຍງົວອອກ 72 ໂຕ, ສາມາດສ້າງລາຍຮັບຈາກການຂາຍງົວ, ຂ້າສັດ-ຂາຍຊີ້ນ ແລະ ອື່ນໆ ທັງໝົດ 900 ລ້ານກວ່າກີບ. ຖ້າທຽບໃສ່ເມື່ອກ່ອນ ຖືວ່າຊີວິດການເປັນຢູ່ດີຂຶ້ນຫຼາຍ, ສາມາດສົ່ງລູກຮຽນຈົບວິຊາຊີບ, ມີວຽກເຮັດງານທຳທີ່ດີ ມີເຮືອນຖາວອນຢູ່, ມີລົດໃຫຍ່ຂີ່, ເຮັດໃຫ້ການໄປມາສະດວກສະບາຍຫຼາຍຂຶ້ນ.

 

 

ສຳລັບແຜນການຕໍ່ໜ້າ ຈະສືບຕໍ່ຂະຫຍາຍສວນຫຍ້າລ້ຽງງົວ, ຂະຫຍາຍພໍ່ພັນແມ່ພັນງົວ ແລະ ຊື້ງົວເຂົ້າຟາມເພີ່ມ ຕື່ມອີກ. ຖ້າທ່ານໃດຕ້ອງການບົດຮຽນໃນການລ້ຽງງົວ ຫຼື ສົນໃຈຊື້ງົວ ສາມາດເຂົ້າມາພົວພັນນຳ ຟາມຊາຍ ມາລາພອນ ໄດ້ ທີ່ບ້ານນໍ້າມອງ ເມືອງນໍ້າບາກ ແຂວງຫຼວງພະບາງ.

 

 

(ຂ່າວ: ດາວອນ ມະນີວັນ, ພາບ: ທະນູສີນ ອິດທິພົນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ