pele - 2025-09-30T103114.288
ສໍາເລັດການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 September, 2025
ໝວດ: ກິລາ

ການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2 ທີ່ແຂວງບໍລິຄໍາໄຊ ເປັນເຈົ້າພາບ ໄດ້ເລີ່ມມາແຕ່ວັນທີ 25 ກັນຍາ ແລະ ໄດ້ປິດລົງໃນຕອນແລງວັນທີ 28 ກັນຍາ 2025 ທີ່ສະໜາມກິລາໃນຮົ່ມແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ຄ້າຫຼ້າ ວິນໄລທອງ ປະທານສະຫະພັນເປຕັ່ງແຫ່ງຊາດ, ມີບັນດາການນຳຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

 

 

ໂອກາດດັ່ງກ່າວ, ທ່ານ ຄຳຫຼ້າ ວິນໄລທອງ ໄດ້ຂຶ້ນກ່າວປິດການແຂ່ງຂັນ ພ້ອມທັງລາຍງານຜົນການແຂ່ງຂັນຈຸດດີ-ຈຸດອ່ອນ ດ້ານຕ່າງໆທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ. ຜ່ານການແຂ່ງຂັນສາມາດສະຫຼູບໄດ້ດັ່ງນີ້: ການແຂ່ງຂັນຄັ້ງນີ້, ປະກອບມີ 7 ລາຍການ ແຂ່ງຂັນຄື: ລາຍການຊຸດຕິ່ງຊາຍ, ຊຸດຕິ່ງຍິງ, ດ່ຽວຊາຍ, ດ່ຽວຍິງ, ທີມຄູ່ຊາຍ, ທີມຄູ່ປະສົມ ຊາຍ-ຍິງ ແລະ ທີມຄູ່ VIP (ອາຍຸ 50 ປີຂຶ້ນໄປ ບໍ່ຈໍາກັດເພດ) ຊີງຫຼຽນຄໍາ 7 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ, ມີທີມນັກກິລາ, ເຂົ້າຮ່ວມແຂ່ງຂັນທັງໝົດ 314 ທີມ ຈາກ 43 ພາກສ່ວນ, 16 ແຂວງ ແລະ 5 ກະຊວງ ມີການນໍາ, ຄູຝຶກ, ນັກກິລາເຂົ້າຮ່ວມທັງໝົດ 443 ຄົນ.

 

 

ຜົນການແຂງຂັນ ດ່ຽວຍິງ: ຊະນະເລີດ ນາງ ໂປວີລັກ ເທບພະກັນ ຈາກແຂວງ ຄໍາມ່ວນ, ຮອງຊະນະເລີດ ນາງ ອາລີ ແສງຈັນເພັດ ຈາກຄະນະໂຄສະນາອົບຮົມສູນກາງພັກ, ອັນດັບທີ III ນາງ ນ້ອຍ ມະນີທອນ ຈາກແຂວງບໍລິຄໍາໄຊ. ດ່ຽວຊາຍ: ຊະນະເລີດ ທ້າວ ວິລະສັກ ລາດສະວົງ ຈາກແຂວງບໍລິຄຳໄຊ, ຮອງຊະນະເລີດ ທ້າວ ບຸນຕາມີ ສຸທໍາມະວົງ ຈາກຄະນະໂຄສະນາອົບຮົມສູນກາງພັກ, ອັນດັບທີ III ທ້າວ ແປັບຊີ່ ສີສຸພັນທອງ ຈາກແຂວງຫຼວງນໍ້າທາ. ຊຸດຕີ່ງ ຍິງ: ຊະນະເລີດ ນາງ ມະນີວັນ ສຸລິຍາ ຈາກແຂວງບໍລິຄຳໄຊ, ຮອງຊະນະເລີດ ນາງ ນ້ອຍ ມະນີທອນ ຈາກແຂວງບໍລິຄຳໄຊ, ອັນດັບທີ III ນາງ ສຸກສະດາ ສິລິຈັນ ຈາກແຂວງຄຳມ່ວນ. ຊູດຄຕິ່ງຊາຍ: ຊະນະເລີດ ທ້າວ ບູດຕາ ເນີດສະຫວາດ ຈາກແຂວງບໍລິຄຳໄຊ, ຮອງຊະນະເລີດ ທ້າວ ບູນຖະໜອມ ເນົາວະລັງສີ ຈາກແຂວງຫຼວງນໍ້າທາ, ອັນດັບ III ທ້າວ ພອນໄຊ ດວງມີສີ ຈາກສະໂມສອນຫົງແກ້ວ. ຄູ່ຊາຍ: ຊະນະເລີດ ທ້າວ ສົມສະໄໝ ຊາມູນຕີ ແລະ ທ້າວ ກຸມມານ ສູທຳມະວົງ ຈາກຄະນະໂຄສະນາອົບຮົມ ສູນກາງພັກ, ຮອງຊະນະເລີດ ທ້າວ ຄອນສະຫວັນ ຫຼ້າຈອມສີ ແລະ ທ້າວ ວິລະເພັດ ພາສີ ຈາກແຂວງສາລະວັນ, ອັນດັບ III ທ້າວ ທະນົງສັກ ພິລິດ ແລະ ທ້າວ ເພັດລໍາພູນ ສູທໍາມະວົງ ຈາກແຂວງວຽງຈັນ. ທີມຄູ່ປະສົມຊາຍ-ຍິງ: ຊະນະເລີດ ທ້າວ ກຸມມານ ສູທຳມະວົງ ແລະ ນາງ ອາລີ ແສງຈັນເພັດ ຈາກຄະນະໂຄສະນາອົບຮົມສູນກາງພັກ, ຮອງຊະນະເລີດ ທ້າວ ອູ່ນເຮືອນ ເດດສັງຫານ ແລະ ນາງ ມີມີ່ ພົງສະຫວັດ ຈາກແຂວງບໍລິຄຳໄຊ, ອັນດັບ III ທ້າວ ສົມສະໄໝ ຊາມູນຕີ ແລະ ນາງ ນິດດາວັນ ດວງມະນີຈັນ ແລະ ຄູ່ VIP (ອາຍຸ 50 ປີຂຶ້ນໄປ ບໍ່ຈໍາກັດເພດ): ຊະນະເລີດໄດ້ແກ່ ທ້າວ ຈັນທະລາ ຄໍາພາສິງ ແລະ ທ້າວ ບູນມີ ສູກສະຫວັນ ຈາກຄະນະໂຄສະນາອົບຮົມສູນກາງພັກ, ຮອງຊະນະເລີດ ທ້າວ ເພັດອຳໄພ ວິໄລສານ ແລະ ທ້າວ ຫວັດ ລັດອານົງ ຈາກແຂວງວຽງຈັນ, ອັນດັບ III ທ້າວ ໜໍ່ແກ້ວ ສີຊົມຊື່ນ ແລະ ທ້າວ ພອນໄຊ ພົມມະຫາໄຊ ຈາກແຂວງບໍລິຄຳໄຊ. ໃຫ້ກຽດຂຶ້ນມອບ ຫຼຽນ ແລະ ຂັນລາງວັນ ໃຫ້ກັບນັກກິລາແຕ່ລະປະເພດໃນຄັ້ງນີ້ ໂດຍແມ່ນ ທ່ານ ຮອງເຈົ້າແຂວງ ບໍລິຄໍາໄຊ ແລະ ການນໍາຂອງແຂວງ.

 

(ຂ່າວ: ວຽງສະຫວັນ, ພາບ: ຄຳຟອງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ