pele - 2025-09-30T141657.909
ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ນັກຮຽນມັດທະຍົມເມືອງຫົງສາ 30 ທຶນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 September, 2025

ວັນທີ 29 ກັນຍານີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ປະຈໍາສົກສຶກສາ 2025-2026 ໃຫ້ນັກຮຽນລະດັບຊັ້ນມັດທະຍົມສຶກສາໃນເຂດເມືອງຫົງສາ ທີ່ຫ້ອງວ່າການເມືອງ ໂດຍໄດ້ຮັບກຽດຈາກ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນປະທານໃນພິທີ.

 

 

ໃນສົກສຶກສານີ້, ບໍລິສັດໄດ້ມອບທຶນການສຶກສາໃຫ້ນັກຮຽນໃນເຂດເມືອງຫົງສາ ຈໍານວນ 30 ທຶນ ລວມເປັນເງິນ ຈໍານວນ 150 ລ້ານກີບ ເພື່ອສະໜັບສະໜູນໃຫ້ນັກຮຽນທີ່ມີຜົນການຮຽນດີ ແລະ ມີຄວາມປະພຶດດີ ໄດ້ມີໂອກາດພັດທະນາສັກກະຍະພາບຂອງຕົວເອງຕໍ່ໄປ.

 

ໄຟຟ້າຫົງສາ ໄດ້ສານຕໍ່ຄວາມຕັ້ງໃຈນີ້ຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2011 ໂດຍຫວັງໃຫ້ເຍົາວະຊົນກ້າວສູ່ການເປັນຜູ້ນໍາຮຸ່ນໃໝ່ຂອງສັງຄົມ ທີ່ພ້ອມເປັນກໍາລັງສໍາຄັນໃນການຂັບເຂື່ອນປະເທດ; ການມອບທຶນຄັ້ງນີ້, ສະທ້ອນເຖິງຄວາມເຊື່ອໝັ້ນຂອງບໍລິສັດທີ່ວ່າ “ການສຶກສາ ຄືພະລັງສໍາຄັນຂອງການພັດທະ ນາ” ແລະ ເປັນກະແຈທີ່ເປີດໂອກາດໃຫ້ນັກຮຽນກ້າວສູ່ອະນາຄົດທີ່ໝັ້ນຄົງ, ເຂັ້ມແຂງ ແລະ ສັງຄົມທີ່ເຕີບໂຕຢ່າງຍືນຍົງ.

 

(ຂ່າວ: ໄຟຟ້າຫົງສາ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ