ດວງ-Tou-Vientianepost - 2023-06-03T222622.587
ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟ
ຮຽບຮຽງໂດຍ:Staff
ເຜີຍແຜ່: 3 June, 2023
ໝວດ: ຂ່າວ

ວັນທີ 2 ມິຖຸນາ 2023 ນີ້ ກອງບັນຊາການ ປກສ ແຂວງວຽງຈັນ ອອກແຈ້ງການປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ ປັດຈຸບັນ ສົບຜູ້ເສຍຊີວິດແມ່ນເກັບຮັກສາໄວ້ ມູນລະນິທິຈີນນະຄອນຫຼວງວຽງຈັນ

ເຫດການລົດໄຟຕຳຄົນເສຍຊີວິດ ເກີດຂຶ້ນໃນ ວັນທີ 25 ພຶດສະພາ 2023 ເວລາ 10 ໂມງ 06 ນາທີ ຢູ່ຂອບ ເຂດບ້ານປ່ອງຊອງ ເມືອງຫີນເຫີບ ແຂວງວຽງຈັນ ເສົາໄຟຟ້າທີ 144, ກໂລແມັດ ທີ່ 88+550, ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ(ເພດຊາຍ). ຜ່ານການກວດກາ, ຊັນນະສູດຂອງພະແນກວິຊາສະເພາະໃຫ້ຮູ້ວ່າ: ຜູ້ເສຍຊີວິດ (ເປັນເພດຊາຍ), ລວງສູງ 150 ຊັງຕີແມັດ, ຜົມດໍາຍາວ 05 ຊັງຕີແມັດ, ໃບໜ້າສ້ວຍ, ຫູ 03 ລ່ຽມ, ດັງໂຄ້ງ, ຄິ້ວບາງ, ແຂ້ວ ປົກກະຕິ, ນຸ່ງເສື້ອຢືດຄໍມົນ, ແຂນສັ້ນ,ສີດໍາ, ນຸ່ງໂສ້ງຫົວຮູດ, ຂາສັ້ນສີດໍາ, ສະລິບສີຟ້າ, ເຄື່ອງຂອງຕິດຕົວມີກະເປົາ

ເປ້ 1 ໜ່ວຍ, ສີໝາກຄໍ້ຂະໜາດ 40X50 ຊັງຕີແມັດ, ພ້ອມດ້ວຍເຄື່ອງນຸ່ງ ຈໍານວນໜຶ່ງໃນກະເປົາເປ້ ສະພາບຊາກສົບນອນຫງາຍຢຽດຊື່, ຢູ່ແຄມທາງລົດໄຟ ປິ່ນຫົວໄປທາງທິດໃຕ້, ປິ່ນຕີນໄປທາງທິດເຫນຶອສ່ວນປະຫວັດຂອງຜູ້ເສຍ ຊີວິດແມ່ນຍັງບໍ່ສາມາດຮັບຮູ້ລະອຽດຈະແຈ້ງເທື່ອ ເນຶ່ອງຈາກວ່າບໍ່ພົບເອກະສານຕິດຕົວຫຍັງ ທີ່ຈະຢັ້ງຢືນປະຫວັດຂອງຜູ້ກ່ຽວ.
ດັ່ງນັ້ນ ກອງບັນຊາການ ປກສ ແຂວງວຽງຈັນ ຈຶ່ງແຈ້ງມາຍັງພໍ່ແມ່ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວ ປະເທດຮັບຊາບແຈ້ງການດັ່ງກ່າວ.

ເບີໂທຕິດຕໍ່ພົວພັນ : 02055756095 ເບີວ໋ອດແອບ : 02096265986

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
jane - 2025-11-06T094301.942
ໃນວັນທີ 06/11/2025 ເວລາ 00:50 ນາທີ ເກີດເຫດລົດໃຫ່ຍຕຳເສົາໄຟ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
jane - 2025-11-06T092516.937
ລາຍງານສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍ ກວ່າ 2.5 ໄມຄຣອນ (PM 2.5) ່ ປະຈຳວັນທີ 06 ພະຈິກ 2025 ແຕ່ລະຈຸດມີດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ