
ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກັນຍາ ຜ່ານມາວ່າ: ກອງທຶນຄວາມຮັ່ງມີແຫ່ງຊາດດານັນຕາຣາ (Danantara) ປະກາດວ່າ: ອິນໂດເນເຊຍ ຈະເປີດໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານ (WTE) ໃນທ້າຍເດືອນຕຸລາ ນີ້ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂີ້ເຫຍື້ອທີ່ເພີ່ມຂຶ້ນ ແລະ ສົ່ງເສີມພະລັງງານໝູນວຽນ.
ທ່ານ ໂຣຊານ ໂຣສລານີ ຫົວໜ້າອົງການລົງທຶນຂອງລັດດານັນຕາຣາ ກ່າວວ່າ: ໃນໄລຍະທໍາອິດ ຈະມີການສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ 8 ແຫ່ງ ໃນເດືອນຕຸລານີ້. ໂດຍອິນໂດເນເຊຍຕັ້ງເປົ້າໝາຍສ້າງໂຮງງານປ່ຽນຂີ້ເຫຍື້ອເປັນພະລັງງານ ຈຳນວນ 33 ແຫ່ງໃນທົ່ວປະເທດ, ແຕ່ລະແຫ່ງມີຄວາມສາມາດໃນການຈັດການຂີ້ເຫຍື້ອ 1,000 ໂຕນຕໍ່ມື້ ແລະ ມີມູນຄ່າການລົງທຶນເຖິງ 3 ພັນຕື້ຣູເປຍ.
ທ່ານ ໂຣຊານ ໃຫ້ຮູ້ວ່າ: ອິນໂດເນເຊຍຜະລິດຂີ້ເຫຍື້ອປະມານ 35 ລ້ານໂຕນຕໍ່ປີ, ແຕ່ປັດຈຸບັນມີການຈັດການຂີ້ເຫຍື້ອພຽງແຕ່ 60% ເທົ່ານັ້ນ ແລະ ຄາດວ່າໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຈະສະໜອງການແກ້ໄຂຂີ້ເຫຍື້ອໃນໄລຍະຍາວຂອງປະເທດ, ພ້ອມທັງເລັ່ງການພັດທະນາແຫຼ່ງພະລັງງານໃໝ່ແລະ ພະນັກງານໝູນວຽນ.
ໂຄງການປ່ຽນຂີ້ເຫຍື້ອເປັນພະລັງງານຄາດວ່າຈະຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງປະເທດໄດ້ເຖິງ 80%, ຜະລິດກະແສໄຟຟ້າໄດ້ເຖິງ 15 ເມກາວັດຕໍ່ໂຮງງານ ແລະ ຫຼຸດຜ່ອນການນໍາໃຊ້ທີ່ດິນລົງເຖິງ 90%.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














