
ເນື່ອງຈາກປະລິມານນ້ຳລວມທີ່ ໄຫຼລົງສູ່ແມ່ນ້ຳງື່ມສູງເຖິງ 2,711 ແມັດກ້ອນຕໍ່ວິນາທີ, ໃນມື້ວັນທີ 1 ຕຸລາ 2025 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລາຍງານ ກ່ຽວກັບສະພາບການຈັດການບໍລິຫານນ້ຳຫຼ້າສຸດ ເຊິ່ງໄດ້ຮັບຜົນກະທົບຈາກພາຍຸ “ລາກາຊາ” ແລະ “ບົວລອຍ” ປະລິມານນ້ຳສູງທີ່ໄຫຼມາຈາກ ສາຍນ້ຳລີກ ລວມທັງປະລິມານນ້ຳຈາກບັນດາສາຍນ້ຳທຳມະຊາດໄດ້ໄຫຼມາສົມທົບກັນ, ເຮັດໃຫ້ເກີດມີເຫດການນ້ຳຖ້ວມຢູ່ບາງພື້ນທີ່ໃນບໍລິເວນຕອນລຸ່ມຂອງເຂື່ອນໄຟຟ້ານ້ຳງື່ມ 1 ໂດຍສະເພາະໃນບາງເຂດເມືອງທຸລະຄົມ, ໄຊທານີ ແລະ ປາກງື່ມ ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ.
 
					
					
				
ສ່ວນເຂດເມືອງ ແກ້ວອຸດົມ ແລະ ວຽງຄຳ ແມ່ນບໍ່ໄດ້ຮັບຜົນກະທົບ.
 
ການຄວບຄຸມນ້ຳເຖິງແມ່ນວ່າມີປະລິມານນ້ຳໄຫຼເຂົ້າອ່າງຢ່າງຕໍ່ເນື່ອງ, ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ພະຍາຍາມ ຫຼຸດຜ່ອນ ການລະບາຍນໍ້າຜ່ານປະຕູລະບາຍນ້ຳລົ້ນລົງເຫຼືອພຽງ 40.84 ແມັດກ້ອນຕໍ່ວິນາທີ (ໂດຍໄຫຼຜ່ານກົງຫັນ 331.60 ແມັດກ້ອນຕໍ່ວິນາທີ) ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ພື້ນທີ່ຕອນລຸ່ມ.
ທີ່ມາ: EDL-Generation Public Company
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








