pele - 2025-10-02T152219.794
ການນຳກົມປູກຝັງ ເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ
ຮຽບຮຽງໂດຍ:Pele
ເຜີຍແຜ່: 2 October, 2025
ໝວດ: ຂ່າວ

ອີງຕາມ ໜັງສືເຊີນຂອງກົມສຸຂານາໄມພືດ ແລະ ສັດຕະວະແພດ ກະຊວງກະສິກຳ ແຫ່ງ ສ ຣັດເຊຍ ສະບັບລົງວັນທີ 5 ກັນຍາ 2025. ສະນັ້ນ, ໃນລະຫວ່າງວັນທີ 20-26 ກັນຍາ 2025 ຄະນະນຳຂອງກົມປູກຝັງ ຊຶ່ງນຳໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເດີນທາງໄປເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ ໂດຍໄດ້ຮັບການຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານ Alexander Vladimirovich Matviychuk ຮອງຫົວໜ້າກົມສຸຂານາໄມພືດ ແລະ ສັດຕະວະແພດ, ກະຊວງກະສິກຳ ແຫ່ງ ສ ຣັດເຊຍ ພ້ອມດ້ວຍ ຄະນະ.

 

อาจเป็นรูปภาพของ 10 คน และ ข้อความ

 

ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການກວດກາດ້ານສຸຂານາໄມພືດ, ການເຂົ້າເຖິງຕະຫຼາດສິນຄ້າກະສິກຳ ຂອງ ສ ຣັດເຊຍ ແລະ ປຶກສາຫາລື ເພື່ອຊອກຫາທ່າແຮງໃນການຮ່ວມມືດ້ານສຸຂານາໄມພືດຮ່ວມກັນ ໃນຕໍ່ໜ້າ. ສໍາລັບການເຄື່ອນໄຫວຄັ້ງນີ້ ທີມງານໄດ້ໄປຢ້ຽມຢາມເຮັດວຽກຢູ່ 3 ສະຖານທີ່ສຳຄັນ ຄື: 1. ທ່າກຳປັ່ນ Vysotsk ຊຶ່ງເປັນທ່າກໍາປັ່ນ ສໍາລັບການສົ່ງອອກສິນຄ້າກະສິກໍາປະເພດເມັດທັນຍາຫານ ເຊັ່ນ: ເຂົ້າບາເລ, ເຂົ້າວີດ ແລະ ສາລີ ພ້ອມທັງ, ຢ້ຽມຢາມຫ້ອງວິໄຈສະເພາະແຕ່ລະປະເພດ ທີ່ຕິດພັນກັບການກວດກາສຸຂານາໄມພືດ, ຄຸນນະພາບ ແລະ ຄວາມປອດໄພ ຂອງສິນຄ້າ ກ່ອນການສົ່ງອອກ; 2. ສູນວິໄຈກັກກັນພືດ FSBI “VNIIKR” ໄດ້ຢ້ຽມຢາມບັນດາຫ້ອງວິໄຈສະເພາະດ້ານ ເພື່ອແນໃສ່ຊອກຫາການຕິດແປດຂອງສັດຕູພືດກັກກັນ ແລະ ສັດຕູພືດບໍ່ກັກກັນ (ແມງໄມ້, ພະຍາດ, ຂີ້ກະເດືອນຝອຍ, ວັດສະພືດ) ຕໍ່ກັບສິນຄ້າກະສິກຳ ພ້ອມທັງ ການວິໄຈຫາສານຕົກຄ້າງ ເປັນຕົ້ນ ແມ່ນຢາປາບສັດຕູພືດ ໃນຜະລິດຕະພັນກະສິກຳ ແລະ 3. ສູນວິໄຈຄຸນນະພາບຜະລິດຕະພັນກະສິກຳ ຂັ້ນເມືອງ ແລະ ຂັ້ນແຂວງ FSI (FSI Center for Agriproducts Quality Assurance) ທີ່ຕິດພັນກັບການກວດກາດ້ານສຸຂານາໄມພືດ ຊຶ່ງປະຕິບັດໜ້າທີ່ໃນດ້ານການວິໄຈສານເຄມີຕົກຄ້າງ ເປັນຕົ້ນແມ່ນຢາປາບສັດຕູພືດ ໃນຜະ ລິດຕະພັນກະສິກຳ, ວິໄຈຫາອົງປະກອບຂອງຢາປາບສັດຕູພືດ, ຝຸ່ນ, ຄຸນນະພາບເມັດພັນພືດ, ທັນຍາພືດ, ຄຸນນະພາບການປຸງແຕ່ງທັນຍາພືດ ແລະ ການຕັດແຕ່ງພັນທຸກຳ.

 

อาจเป็นรูปภาพของ 7 คน

 

ໂອກາດນີ້ 2 ຝ່າຍ ໄດ້ມີການປະຊຸມ ປຶກສາຫາລືວຽກງານຮ່ວມກັນ ກ່ຽວກັບ ທ່າແຮງໃນການຮ່ວມມືດ້ານສຸຂານາໄມພືດ ແລະ ການຄ້າຂາຍສິນຄ້າກະສິກຳ ແລະ ການນຳເຂົ້າຝຸ່ນຈາກ ຣັດເຊຍ ພ້ອມທັງ ເຊື້ອເຊີນໃຫ້ຝ່າຍ ສ ຣັດເຊຍ ໄປເຄື່ອນໄຫວ ແລະ ຢ້ຽມຢາມ ຢູ່ ສປປ ລາວ ໃນຕໍ່ໜ້າ.

 

(ຂ່າວ: ສອນເພັດ ສຸລິພອນ; ພາບ: ກົມປູກຝັງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 2 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,495
21,771
thailand (1)
THB
663.43
674.04
european-union
EUR
24,388
24,876
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-02T162612.735
ນາຍຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ
jane - 2025-10-02T161309.569
ໄພງຽບພາວະຢຸດຫາຍໃຈຂະນະນອນຫລັບ ອາການ ແລະ ສັນຍານເຕືອນທີ່ຜູ້ໃຫຍ່ຄວນຕ້ອງຮູ້ ວິທີສັງເກດ ແລະ ຮັບມື
pele - 2025-10-02T152219.794
ການນຳກົມປູກຝັງ ເຄື່ອນໄຫວແລກປ່ຽນບົດຮຽນດ້ານສຸຂານາໄມພືດ ຢູ່ ສ ຣັດເຊຍ
jane - 2025-10-02T150856.516
ໃນວັນທີ 02/10/2025 ປະຊາຊົນລາຍງານມາວ່າ ເສັ້ນທາງເວັນພູ9ຫລັກມື້ນີ້ ທຽວໄດ້ປົກກະຕິແລ້ວ ທາງຜູ້ຮັບຜິດຊອບໄດ້ລົງແກ້ໄຂໃຫ້ແລ້ວເດີ
jane - 2025-10-02T144126.720
ຈັນທະບູລີ ມີຄວາມພ້ອມຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2025
jane - 2025-10-02T142444.665
ປະຊາຊົນສະເໜີຜົນກະທົບ ຈາກໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ຖະໜົນເສດຖາທິລາດ ແລະ ສະເໜີໃຫ້ທາງໂຄງການພິຈາລະນາແກ້ໄຂ
jane - 2025-10-02T135755.629
ກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II
pele - 2025-10-02T135802.946
ປິດເສັ້ນທາງຊົ່ວຄາວ ຢູ່ເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ
jane - 2025-10-02T120100.666
ເກີດນໍ້າຖ້ວມສູງ (02/10/2025) ທີ່ວັດປ່າວັງຊ້າງ ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.
pele - 2025-10-02T110736.799
ດ່ວນ! ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ
ຢ່າລື່ມກົດຕິດຕາມ