
ໃນວັນທີ 1 ຕຸລາຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ແລະ ນິຕິກໍາ ຈໍານວນໜຶ່ງຂອງຄະນະຈັດຕັ້ງ, ຄະນະກວດກາພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫານຊົນເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ.
 
					
					
				
ໃນກອງປະຊຸມ, ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ, ຜ່ານຂໍ້ຕົກລົງຂອງກະຊວງພາຍໃນ ສະບັບເລກທີ 49 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານຂອງບ້ານທ້າວແກ່ນ, ຜ່ານພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດ, ຄໍາແນະນໍາຂອງເຈົ້າໄຊຍະບູລີ ສະບັບເລກທີ 82 ກ່ຽວກັບການເຊື່ອຖືຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 246 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການ 4 ບຸກຂອງຊາວໜຸ່ມ, ບົດແນະນໍາ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງຂັ້ນບ້ານ, ຜ່ານເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ບົດແນະນໍາ ກ່ຽວກັບຂອບເຂດ, ສິດ, ໜ້າທີ່ ຂອງຜູ້ກວດກາປະຈໍາໜ່ວຍພັກ, ເຜີຍແຜ່ກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງ), ຜ່ານບົດແນະນໍາ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະພັກ, ວຽກງານກໍ່ສ້າງ-ຂະຫຍາຍພັກ, ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ 03 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ຍັງໄດ້ແນະນໍາການຂຶ້ນແຜນຄາດຄະເນກໍານົດພະນັກງານນໍາພາຄຸ້ມຄອງຢູ່ພາຍໃນບ້ານ ຕື່ມອີກ.
(ຂ່າວ: ແກ່ນທ້າວ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








