pele - 2025-10-03T134712.467
ວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ
ຮຽບຮຽງໂດຍ:Pele
ເຜີຍແຜ່: 3 October, 2025

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 2 ຕຸລາ 2025 ທີ່ຫ້ອງການສາທາລະນະສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ຫງວຽນ ມີງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

อาจเป็นรูปภาพของ 13 คน และ ข้อความ

 

ໂອກາດນີ້, ທ່ານ ດຣ. ນາງ ວັນເພັງ ພັນທະໄລ ຫົວໜ້າພະແນກ ສາທາລະນະສຸກ ແຂວງວຽງຈັນ ຫົວໜ້າຄະນະຄຸ້ມຄອງໂຄງການ ໄດ້ກ່າວວ່າ: ສປປ ລາວ ແລະ ສສ ຫວຽດນາມ ມີການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ອັນໜຽວແໜ້ນມາເປັນເວລາດົນນານ, ໃນໄລຍະຜ່ານມາ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອ ແຂວງວຽງຈັນ ຫລາຍດ້ານ ເປັນຕົ້ນ ການກໍ່ສ້າງຊັບພະຍາກອນມະນຸດ, ການຮ່ວມມືດ້ານວິຊາການ, ການກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະ ອາຄານຂອງພະແນກການຕ່າງໆ ພິເສດ ໃນປີ 2025 ລັດຖະບານ ສສ ຫວຽດນາມ ໄດ້ມອບຂອງຂວັນ ໃຫ້ແກ່ ລັດຖະບານ ສປປ ລາວ ເປັນການຊ່ວຍເຫລືອ ການກໍ່ສ້າງໂຮງໝໍ ຈາກນັ້ນ ການນໍາຂອງລັດຖະບານ ສປປ ລາວ ໄດ້ມອບໂຄງການກໍ່ສ້າງໂຮງໝໍເມືອງວັງວຽງ ພາກຂະຫຍາຍ ໃຫ້ແຂວງວຽງຈັນເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ລວມມູນຄ່າ 3 ລ້ານໂດລາສາຫະລັດ.

 

ທ່ານ ດຣ. ນາງ ວັນເພັງ ພັນທະໄລ ກ່າວຕື່ມວ່າ: ໄລຍະຜ່ານມາ ໂຮງໜໍດັ່ງກ່າວໄດ້ຈັດຕັ້ງປະຕິບັດໜ້າທີ່ ໃນການກັນພະຍາດສົ່ງເສີມສຸຂະພາບກວດ ແລະ ປິ່ນປົວ ພໍ່ແມ່ປະຊາຊົນ, ເປັນໂຮງໝໍຂະໜາດ 30 ຕຽງ ການໃຫ້ບໍລິການໄລຍະຜ່ານມາມີຄື: ໃນການກວດເຂດນອກ ສະເລ່ຍ 35.000-40.000 ຄົນຕໍ່ປີ, ປິ່ນປົວຄົນເຈັບນອນ 4.500-5.000 ຄົນຕໍ່ປີ, ຜ່າຕັດ 250-300 ຄົນຕໍ່ປີ, ຊ່ວຍເກີດລູກ 1.200-1.300 ຄົນຕໍ່ປີ, ສັກຢາກັນພະຍາດສໍາລັບເດັກປະຕິບັດໄດ້ 97%, ກວດທ້ອງແມ່ມານ 2.000-2.200 ຄົນຕໍ່ປີ, ປັດຈຸບັນ ຍັງໄດ້ຕັ້ງສູນໃຫ້ການບໍລິການກວດ ແລະ ຈ່າຍຢາສໍາລັບຜູ້ຕິດເຊື້ອເອັຈໄອວີ (HIV) ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງການປິ່ນປົວຂອງຜູ້ຕິດເຊື້ອ, ແຕ່ເຖິງຢ່າງໃດກໍຕາມ ໂຮງໝໍເມືອງວັງວຽງ ຍັງພົບບັນຫາ ເນື່ອງຈາກສະຖານທີ່ໃຫ້ບໍລິການຄັບແຄບ, ບາງຈຸດມີສະພາບເສື່ອມໂຊມ, ອຸປະກອນການແພດບາງຢ່າງກໍໃຊ້ງານດົນມີການເປ່ເພ ແລະ ບໍ່ໄດ້ມາດຕະຖານເທົ່າທີ່ຄວນ, ບໍ່ພຽງພໍ ແລະ ບໍ່ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງຜູ້ມາໃຊ້ບໍລິການ.

 

ທາງພະແນກສາທາລະນະສຸກ ແຂວງວຽງຈັນ ໄດ້ພະຍາຍາມປະສານສົມທົບ ກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາແຫລ່ງທຶນມາສະໜັບສະໜູນການກໍ່ສ້າງພື້ນຖານ ຈັດຊື້ອຸປະກອນການແພດ ແນໃສ່ເຮັດໃຫ້ໂຮງໜໍດັ່ງສາມາດຮັບຮອງການບໍລິການ ໃຫ້ຜູ້ມາໃຊ້ບໍລິການ ມີຄວາມສະດວກສະບາຍ ພ້ອມທັງສ້າງເງື່ອນໄຂໃຫ້ໂຮງໜໍດັ່ງກ່າວ ກ້າວຂຶ້ນເປັນໂຮງໝໍກຸ້ມຕົນເອງໃນອະນາຄົດ ຕາມມາດຖານທີ່ກະຊວງສາທາລະນະສຸກ ວາງອອກເທື່ອລະກ້າວ. ສິ່ງສຳຄັນແມ່ນເອື້ອອຳນວຍໃຫ້ໂຮງໝໍສາມາດປະຕິບັດ ດ້ານຄຸນນະພາບການບໍລິການ ຕາມນະໂຍບາຍ 5 ດີ 1 ພໍໃຈ.

 

ຂ່າວ: ປະເທດລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ