
ການແຂ່ງຂັນເຕະບານຄົນພິການຕາ ໃນງານມະຫະກຳກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ຊຶ່ງເປັນນັດທີ 2 ຂອງທັບບານເຕະຄົນພິການຕາທີມຊາດລາວ ແລະ ທີມຊາດມາເລເຊຍ ໄດ້ມີຂຶ້ນ ໃນຕອນແລງວັນທີ 5 ມິຖຸນາ 2023 ທີ່ສະໜາມກິລາແຫ່ງຊາດ ມໍລະດົກ ເຕໂຊ ນະຄອນຫຼວງ ພະນົມເປັນ ສຳລັບນັດທຳອິດ ຂອງທັບບານເຕະຄົນພິການຕາທີມຊາດລາວ ຊະນະ ເຈົ້າພາບ ກຳປູເຈຍ 3-0 ແລະ ມາເລເຊຍ ເສຍໃຫ້ ໄທ 0-2 ການແຂ່ງຂັນຄູ່ດັ່ງກ່າວ ແມ່ນໃຊ້ກຳມະການຕັດສິນ ຊາວຍີ່ປຸ່ນ ແລະ ໄທ ຊ່ວຍກັນຕັດສິນໃນສະໜາມ.
ການແຂ່ງຂັນຕະຫຼອດເກມ ຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາ ຜົນປະກົດວ່າ ທີມຊາດລາວ ເສຍ ທີມຊາດມາເລເຊຍ 0-3 ປະຕູ ເຮັດໃຫ້ທີມຊາດລາວເຮົາ ຕ້ອງໄປລຸ້ນນັດສຸດທ້າຍກັບ ທີມຊາດໄທ ໃນວັນທີ 6 ມິຖຸນາ 2023 ແລະ ລາວ ຕ້ອງຊະນະຢ່າງດຽວ ແລະ ຕ້ອງຊະນະ 2-0 ຂຶ້ນໄປ ເພື່ອໄປວັດລູກໄດ້ລູກເສຍກັບ ມາເລເຊຍ. ແຕ່ເຖິງຢ່າງໃດກໍຕາມ, ລາວ ກໍຕ້ອງລຸ້ນໃຫ້ ໄທ ເສຍ ກຳປູເຈຍ ທີ່ກຳລັງແຂ່ງຂັນກັນ ໃນປັດຈຸບັນ ເພື່ອລຸ້ນເຂົ້າຮອບ.
ຂ່າວ-ຮູບພາບ:ໜັງສືພິມສຶກສາ-ກິລາລາຍວັນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














