ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ຕຸລາຜ່ານມານີ້, ດ່ານກວດກາຊາຍແດນເຂົ້າອອກເມືອງບໍ່ຫານໄດ້ປະກາດແຈ້ງການວ່າ: ໃນ 3 ມື້ທຳອິດຍາມວັນຊາດຈີນ, ຜູ້ໂດຍສານທີ່ເຂົ້າອອກເມືອງຜ່ານດ່ານທາງລົດໄຟບໍ່ຫານຕາມຊາຍແດນລະຫວ່າງລາວ-ຈີນດ້ວຍລົດໄຟລາວ-ຈີນ, ຈີນ-ລາວ ມີເຖິງ 3,400 ກວ່າເທື່ອຄົນ, ເພີ່ມຂຶ້ນ 15.23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 150 ກວ່າເທື່ອຄົນ, ເພີ່ມຂຶ້ນ 8.39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ທ່ານ ເມີ້ງທ່າວ ຜູ້ຮັບຜິດຊອບດ່ານທາງລົດໄຟຂອງດ່ານກວດກາຊາຍແດນບໍ່ຫານແຈ້ງໃຫ້ຮູ້ວ່າ: ໃນ 3 ມື້ທຳອິດໄລຍະພັກບຸນວັນຊາດ, ຈຳນວນຜູ້ໂດຍສານອອກເມືອງເພີ່ມຂຶ້ນໄວສົມຄວນ, ສ່ວນຫຼາຍແມ່ນເພື່ອການທ່ອງທ່ຽວແບບຄອບຄົວ, ການທ່ອງທ່ຽວສຳລັບຜູ້ອາຍຸສູງ ແລະ ການທ່ອງທ່ຽວໄລຍະສັ້ນໃນວັນພັກ. ຈຳນວນຄົນເຂົ້າອອກເມືອງສະເລ່ຍຕໍ່ມື້ຈາກປະມານ 300 ເທື່ອຄົນໃນໄລຍະເບື້ອງຕົ້ນເພີ່ມຂຶ້ນເຖິງ 700 ກວ່າເທື່ອຄົນໃນປັດຈຸບັນນີ້.
ຂ່າວ: ປະຊາຊົນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |