
ວັນທີ 18 ພຶດສະພາ 2023 ຜ່ານມາ ປກສ ເມືອງໂພນໂຮງ ກັກຕົວທ້າວ ແອນ້ອຍ ອາຍຸ 40 ປີ ປະຊາຊົນ ບ້ານນໍ້າແຈ້ງ ເມືອງ ໂພນໂຮງ ແຂວງວຽງຈັນ ໃນຂໍ້ກ່າວຫາລັກຊັບພົນລະເມືອງ ມາທຳການສຶບສວນ-ສອບສວນ.
ຜ່ານການສືບສວນ – ສອບສອນຂອງເຈົ້າໜ້າທີ່ ທ້າວ ແອນ້ອຍ ໄດ້ໃຫ້ການຮັບສາລະພາບວ່າ: ວັນທີ 3 ພຶດສະພາ 2023 ຜູ້ກ່ຽວແມ່ນໄດ້ປິນເຂົ້າປ່ອງຢ້ຽມເຮືອນເພື່ອນແລ້ວເຂົ້າໄປລັກເອົາເງິນ ແລະ ວັດຖຸຄ້າຍຄືຄໍາ ຢູ່ທີ່ບ້ານນໍ້າແຈ້ງ ເມືອງໂພນໂຮງ, ສ່ວນວິທີການ ແລະ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ຍ້ອນວ່າ: ໄລຍະເດືອນຜ່ານມາຜູ້ກ່ຽວແມ່ນໄດ້ສັງເກດເຫັນຜູ້ເສຍຫາຍໃສ່ເຄື່ອງປະດັບ (ປະເພດສາຍຄໍາເສັ້ນໃຫຍ່) ແລ້ວຈື່ງມີແນວຄິດຢາກໄດ້ ຫຼັງຈາກນັ້ນຜູ້ກ່ຽວຈຶ່ງໄດ້ວາງແຜນ, ຕິດຕາມ, ຫາໂອກາດໄດ້ປະມານ 5 ມື້, ໃນມື້ລົງມືລັກຊັບ ມີເງິນ 6.000.000 ກີບ, ວັດຖຸຄ້າຍຄືຄໍາ 2 ເສັ້ນພ້ອມກີ້ພຣະ 1 ອັນ ແລະ ສາຍແຂນຄ້າຍຄືຄໍາ 1 ເສັ້ນ.
ວັນທີ 6 ພຶດສະພາ 2023 ຜູ້ກ່ຽວໄດ້ເອົາເງີນທີ່ລັກມາ 2.000.000 ກີບ ໄປຈ່າຍຫີ້ນກິນຟູມເຟືອຍຈົນໜົດ, ວັນທີ 9 ພຶດສະພາ 2023 ເມຍຂອງຜູ້ກ່ຽວບໍ່ມີເງິນຊື້ເຄື່ອງເຂົ້າຮ້ານ ແລ້ວຜູ້ກ່ຽວກໍ່ໄດ້ເອົາໃຫ້ເມຍ 2.000.000 ກີບ, ຈົນມາຮອດ ວັນທີ 17 ພຶດສະພາ 2023 ຜູ້ກ່ຽວໄດ້ຊວນເມຍເອົາຄໍາ (ປະເພດສາຍແຂນ) ໄປຂາຍຢູ່ຕະຫລາດເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເງິນ 12.500.000 ກີບ ຫລັງຈາກໄດ້ເງິນແລ້ວຜູ້ກ່ຽວກໍໄດ້ກັບບ້ານ ແຕ່ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ຕໍາຫລວດໃນການຕິດຕາມເປົ້າໜາຍ, ເກັບກໍາຂໍ້ມູນໃນທີ່ສຸດກໍ່ສາມາດຈັບຕົວທ້າວ ແອນ້ອຍ ໄດ້ໃນຄັ້ງວັນທີ 18 ພຶດສະພາ 2023 ມາດໍາເນີນຄະດີຕາມລະບຽບກົດໜາຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














