site cover1 - 2025-10-07T110436.709
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 7 October, 2025
ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ຕຸລາຜ່ານມາທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການນໍາເຂົ້ານໍ້າມັນຄັ້ງນີ້, ແມ່ນນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2,600 ກວ່າໂຕນ ຫຼື ປະມານ 3.2 ລ້ານລິດ. ນໍ້າມັນດັ່ງກ່າວ, ຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. ສຳລັບການຂົນສົ່ງນໍ້າມັນ ຈາກສາງບັນຈຸຊົ່ວຄາວເຂົ້າສູ່ ສປປ ລາວ ໄດ້ແບ່ງອອກເປັນ 2 ເສັ້ນທາງຄື: ເສັ້ນທາງແຂວງຊຽງຂວາງ ຂົນສົ່ງຜ່ານດ່ານສາກົນນໍ້າກັ່ນ ແລະ ເສັ້ນທາງແຂວງຫົວພັນ ຂົນສົ່ງຜ່ານດ່ານສາກົນນໍ້າໂສຍ ແລະ ບັນຈຸຢ່າງຖາວອນທີ່ສາງນໍ້າມັນບ້ານນາທອງ ເມືອງຊໍາເໜືອ. ໂຄງການນໍາເຂົ້ານໍ້າມັນເສັ້ນທາງໃໝ່ນີ້ ມີຈຸດປະສົງເພື່ອຮອງຮັບການພັດທະນາເສດຖະກິດ, ຕອບສະໜອງຄວາມຕ້ອງການດ້ານພະລັງງານ ຂອງພາກອຸດສາຫະກໍາ ແລະ ໂຄງລ່າງພື້ນຖານທີ່ກໍາລັງຂະຫຍາຍຕົວ,ສ້າງຄວາມໝັ້ນຄົງດ້ານພະລັງງານ ເພີ່ມທາງເລືອກໃນການນໍາເຂົ້ານໍ້າມັນເຊື້ອໄຟທີ່ມີຄຸນນະພາບ,ຕອບສະໜອງຄວາມຕ້ອງການປະຊາຊົນ ຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ ແກ່ປະຊາຊົນໃນພາກເໜືອ,ເສີມສ້າງການຮ່ວມມື ລາວ-ຫວຽດ ສະແດງເຖິງຄວາມສໍາພັນອັນດີງາມລະຫວ່າງສອງປະເທດ ໂດຍສະເພາະ ແຂວງຫົວພັນ ແລະ ແຂວງແທັງຮວ່າ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ງອກງາມຍິ່ງຂຶ້ນ.
ການນໍາເຂົ້ານໍ້າມັນຜ່ານເສັ້ນທາງສາຍນີ້, ໄດ້ຜ່ານການກະກຽມມາຢ່າງລະອຽດ ໂດຍລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ດໍາເນີນການຄົ້ນຄວ້າ ແລະ ສໍາຫຼວດແຫຼ່ງພະລັງງານນໍ້າມັນເຊື້ອໄຟທີ່ມີຄຸນນະພາບ ເພື່ອຮັບປະກັນການຕອບສະໜອງທີ່ມີປະສິດທິພາບສູງສຸດ, ຊຶ່ງຖືເປັນບາດກ້າວສໍາຄັນ ໃນການສ້າງຄວາມໝັ້ນຄົງ ດ້ານພະລັງງານ ໃຫ້ແກ່ປະເທດ ແລະ ເສີມສ້າງຄວາມເຂັ້ມແຂງຂອງຄວາມສໍາພັນມິດຕະພາບ ລະຫວ່າງລາວ-ຫວຽດນາມ ໃຫ້ຂະນົງແກ່ນຍິ່ງຂຶ້ນ.
(ແຫຼ່ງຂ່າວ: ຈາກແຂວງຫົວພັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
ຢ່າລື່ມກົດຕິດຕາມ