pele - 2025-10-07T140503.348
ຮູ້ແລ້ວ! ເຫດຄາດຕະກຳ ເສຍຊີວິດ 2 ຄົນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 7 October, 2025

ໃນວັນທີ 24 ກັນຍາ 2025, ເຈົ້າໜ້າທີ່ພະແນກນິຕິວິທະຍາ ປກສ ແຂວງອຸດົມໄຊ ໄດ້ຮັບການລາຍງານທາງໂທລະສັບຈາກ ປກສ ເມືອງໄຊ ວ່າ: ມີຄົນເສຍຊີວິດຢູ່ເດີ່ນດິນເປົ່າວ່າງ ຫຼັກ 7 ເສັ້ນທາງໄປເມືອງຫຼາ ແຂວງອຸດົມໄຊ ຈໍານວນ 2 ສົບ.

 

 

ເຈົ້າໜ້າທີ່ໄດ້ລົງສະຖານທີ່ເກີດເຫດ ພົບຜູ້ເສຍຊີວິດ ຍິງ 1 ຄົນ ແລະ ຊາຍ 1 ຄົນ, ຜົນຂອງການຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ\

 

-ສົບຜູ້ທີ 1 ຜູ້ເສຍຊິວິດ ເປັນເພດຍິງ ຊື່ ນາງ ຍີມ ອາຍຸ 32 ປີ, ປະຊາຊົນບ້ານໄຊມຸງຄຸນ ເມືອງຮູນ ແຂວງອຸດົມໄຊ ນອນຫງາຍເສຍຊີວິດ ມີຮ່ອງຮອຍຊໍ້າຢູ່ບໍລິເວນຄໍ 2 ຈຸດ ແລະ ຮອຍຊໍ້າຢູ່ບໍລິເວນແຂນເບື້ອງຊ້າຍ 2 ຈຸດ, ມີຮ່ອງຮອຍຖະເຫຼີກຢູ່ບໍລິເວນຂ້າງເບື້ອງຂວາ ແລະ ບໍລິເວນຂາເບື້ອງຂວາຫຼາຍຈຸດ.

 

 

-ສົບທີ 2 ຜູ້ເສຍຊິວິດເປັນເພດຊາຍ ຊື່ທ້າວ ລຸນ ອາຍຸ 36 ປີ ປະຊາຊົນ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ເສຍຊີວິດ ໃນສະພາບເສື້ອແຂວນຄໍຕິດກັບຫງ່າໄມ້ ເຊິ່ງໃກ້ບໍລິເວນສະຖານທີ່ເກີດເຫດຍັງໄດ້ພົບເຫັນວັດຖຸຫຼາຍລາຍການ ໂດຍສະເພາະແມ່ນລົດຮຸນໄດສີຂາວ ບໍ່ມີປ້າຍທະບຽນ 1 ຄັນ.

 

 

ຜ່ານການລົງເກັບກຳຂໍ້ມູນ, ນາງ ໄກ່ ຜູ້ເປັນເມຍຂອງ ທ້າວ ລຸນ (ຜູ້ເສຍຊີວິດ) ໄດ້ໃຫ້ການວ່າ: ຜູ້ກ່ຽວກັບ ທ້າວ ລຸນ ໄດ້ສ້າງຄອບຄົວນໍາກັນແຕ່ປີ 2017, ມາຮອດວັນທີ 18 ກັນຍາ 2025 ຜົວຂອງຜູ້ກ່ຽວໄດ້ບອກວ່າຈະໄປເຮັດວຽກຢູ່ເມືອງຮຸນ. ແຕ່ບໍ່ຮູ້ວ່າຜົວໄປເຮັດວຽກຫຍັງຢູ່ໃສ, ວັນທີ 22 ກັນຍາ 2025 ຜົວໄດ້ກັບມາເຮືອນ, ແຕ່ບໍ່ນອນຢູ່ເຮືອນ; ມາຮອດເວລາປະມານ 9 ໂມງຂອງວັນທີ 23 ກັນຍາ 2025 ຜົວໄດ້ພາຕົນເອົາເຂົ້າກັບຂອງກິນໄປໃຫ້ຜູ້ສາວ ຢູ່ບ້ານພັກບໍ່ຮູ້ຊື່ (ຢູ່ທາງຫຼັງໂຮງຮຽນ ມສ ເມືອງໄຊ) ແລ້ວຜູ້ສາວຄົນດັ່ງກ່າວໄດ້ຖາມຜູ້ກ່ຽວວ່າ: ເຈົ້າແມ່ນໃຜ. ຜູ້ກ່ຽວຕອບວ່າ: ຂ້ອຍແມ່ນເມຍຂອງ ທ້າວ ລຸນ, ແລ້ວຜູ້ສາວຄົນດັ່ງກ່າວເວົ້າວ່າ: ຂ້ອຍບໍ່ຮູ້ວ່າລາວມີເມຍ, ຖ້າລາວມີເມຍ ຂ້ອຍບໍ່ຄົບບໍ່ລົມລາວ,

 

ມາຮອດເວລາປະມານ 17 ໂມງ ຂອງວັນທີ 23 ກັນຍາ 2025 ຕົນເອງກັບຜົວ ແລະ ຜູ້ສາວ ( ນາງ ຍິມ ) ຈຶ່ງພາກັນໄປດາວລົດຮຸນໄດ້ສີຂາວ ຢູ່ຮ້ານຂາຍລົດຢູ່ບ້ານນາສ້າວ ສ່ວນລົດຄັນດັ່ງກ່າວແມ່ນລົດຂອງຜູ້ສາວ, ຜົວບໍ່ໄດ້ອອກເງິນຈັກກີບ ຫຼັງຈາກເອົາລົດອອກຈາກຮ້ານແລ້ວ ຈຶ່ງພາກັນກັບໄປເຮືອນຢູ່ບ້ານບໍ່ ພາຍຫຼັງມາຮອດເຮືອນພວກຕົນ ຈຶ່ງພາກັນກິນເຂົ້າ ແຕ່ຜູ້ຍິງຄົນດັ່ງກ່າວກໍບໍ່ຍອມກິນນໍາ ແລ້ວຜູ້ຍິງຄົນດັ່ງກ່າວຈຶ່ງໄດ້ຢ່າງໄປຫາພີ່ນ້ອງຜົວຢູ່ພາຍໃນບ້ານ,

 

ມາຮອດເວລາປະມານ 23 ໂມງຂອງວັນທີ 23 ກັນຍາ 2025 ຜົວໄດ້ເວົ້າວ່າ: ຈະໄປສົ່ງຜູ້ສາວຢູ່ເມືອງຮຸນ ແລ້ວຜົວກັບຜູ້ສາວຈຶ່ງໄດ້ຂີ່ລົດຮຸນໄດອອກຈາກເຮືອນໄປ, ຕົນບໍ່ຮູ້ວ່າ ພວກກ່ຽວອອກໄປທາງໃດ; ພາຍຫຼັງຜົວອອກໄປຕົນຈຶ່ງເຂົ້ານອນ ບໍ່ໄດ້ອອກໄປທາງໃດ ມາຮອດເວລາປະມານ 6 ໂມງເຊົ້າ ຂອງວັນທີ 24 ກັນຍາ 2025 ຕົນເອງ ຈຶ່ງເປີດໂທລະສັບເບິ່ງ ແລ້ວເຫັນວ່າຜົວແຊັດມາບອກວ່າ ຜູ້ກ່ຽວກັບຜູ້ສາວຈະບໍ່ຢູ່ແລ້ວ ໃຫ້ຕົນມາເບິ່ງຢູ່ບ່ອນເຂົາເຈົ້າຈົກດິນເປັນເດີ່ນເປົ່າວ່າງເທິງປ່າຊ້າຫຼັກ 6 ທາງໄປເມືອງຫຼາ.

 

ຈາກນັ້ນ, ຕົນຈຶ່ງພາ ນາງ ສົມ ( ເມຍຂອງນ້ອງຜົວ ) ໄປເບິ່ງບ່ອນທີ່ຜົວແຊັດມາບອກ, ເມື່ອໄປຮອດກໍພົບເຫັນລົດຮຸນໄດຈອດຢູ່ຮ່ອງລະບາຍນໍ້າແຄມທາງ ຈິ່ງພາກັນຍ່າງເຂົ້າໄປເບິ່ງຢູ່ໃນເດີ່ນດັ່ງກ່າວ ພົບເຫັນຜູ້ຍິງຄົນນັ້ນກັບຜົວເສຍຊີວິດ ຈາກນັ້ນຈຶ່ງໄດ້ ແຈ້ງໃຫ້ເຈົ້າໜ້າທີ່ມາກວດກາ.

 

ຜ່ານການຊົນນະສຸດສະຖານທີ່ເກີດ, ຊາກສົບ ແລະ ເກັບກຳຂໍ້ມູນຕົວຈິງ, ເຈົ້າໜ້າທີ່ພະແນກນິຕິວິທະຍາ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ຢັ້ງຢືນວ່າ: ນາງ ຍີ້ມ ເສຍຊີວິດໂດຍການຖືກ ທ້າວ ລຸນ ເປັນຜູ້ຄາດຕະກຳ ເນື່ອງຈາກພົບເຫັນຮອງຮອຍຊ້ຳຢູ່ບໍລິເວນຄໍ, ຮອຍຊໍ້າຢູ່ແຂນເບື້ອງຊ້າຍ, ຮອຍບາດແຜທະເຫຼີກຢູ່ສະໂພກ ແລະ ຂາຫຼາຍຈຸດ (ອາດມີການຕໍ່ສູ້ ຫຼື ຂັດຂືນເວລາຖືກບີບຄໍ).

 

ຫຼັງຈາກ ທ້າວ ລຸນ ຄາດຕະກຳ ນາງ ຍີມ ແລ້ວ, ທ້າວ ລຸນ ກໍໄດ້ໃຊ້ເຊືອກໄປມັດໃສ່ກົກໄມ້ ແລ້ວນໍາມາແຂວນຄໍຕົນເອງ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

 

ກ່ອນຈະຂ້າຕົວເອງຕາຍ ຜູ້ກ່ຽວຍັງໄດ້ສົ່ງຂໍ້ຄວາມສຽງຫາ ນາງ ໄກ່ ຜູ້ເປັນເມຍ ແລະ ໄດ້ສັ່ງລາເມຍເວລາ 3 ໂມງ 00 ນາທີ ຂອງວັນທີ 24 ກັນຍາ 2025 ແລະ ຜ່ານການກວດກາຕົນຕົວ ຂອງທ້າວ ລຸນ ແມ່ນບໍ່ມີຮອຍບາດແຜຈາກການທຳຮ້າຍຮ່າງກາຍແຕ່ຢ່າງໃດ ແລະ ບໍ່ເປັນການຖືກຄາດຕະກຳ.

 

ທີ່ມາ: ໂທລະໂຄ່ງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
ຢ່າລື່ມກົດຕິດຕາມ