
Cisco Systems ບໍລິສັດໂຊລູຊັນເທັກໂນໂລຊີຈາກສະຫະລັດອະເມຣິກາໄດ້ເປີດຕົວ P200 ຊິບເຄືອຂ່າຍແບບໃໝ່ທີ່ອອກແບບມາເພື່ອເຊື່ອມຕໍ່ໃນສູນຂໍ້ມູນ AI ໂດຍມີລູກຄ້າຫຼັກທັງ Microsoft ແລະ Alibaba
P200 ຈະເປັນຊິບ AI ທີ່ອອກມາແຂ່ງຂັນກັບຜະລິດຕະພັນໃນກຸ່ມດຽວກັນຂອງ Broadcom ໂດຍອອກແບບມາເພື່ອໃຊ້ເຊື່ອມຕໍ່ລະຫວ່າງສູນຂໍ້ມູນ AI ທີ່ຕັ້ງຢູ່ຫ່າງໄກກັນ ແລະໃຊ້ໃນການຝຶກອົບຮົມລະບົບ AI
ຊິບຕົວນີ້ຈະບໍ່ໄດ້ໃຫ້ໃຊ້ສຳລັບການປະມວນຜົນ AI ໂດຍກົງ ແຕ່ຈະເປັນຕົວເຊື່ອມສູນຂໍ້ມູນຫຼາຍແຫ່ງເຂົ້າກັນໃຫ້ເຮັດວຽກຄືກັບເປັນຄອມພິວເຕີເຄື່ອງດຽວກັນ ໂດຍ ມາຕິນ ລຸນດ໌ (Martin Lund) ຮອງປະທານຜູ້ບໍລິຫານຂອງ Cisco ໄດ້ລະບຸວ່າຊິບ P200 ສາມາດເຊື່ອມຕໍ່ລະຫວ່າງສູນຂໍ້ມູນທີ່ຫ່າງອອກໄປນັບພັນໄມລ໌ໄດ້ (1,000 ໄມລ໌ = ປະມານ 1,600 ກິໂລແມັດ)
Cisco ອະທິບາຍວ່າຊິບ P200 1 ຕົວຈະເຂົ້າມາແທນທີ່ການທີ່ເດີມຈະຕ້ອງໃຊ້ຊິບເຖິງ 92 ຕົວໃນການເຊື່ອມຕໍ່ສູນຂໍ້ມູນ ເທົ່າກັບວ່າຕ້ອງໃຊ້ພະລັງງານໜ້ອຍລົງເຖິງ 65%
ທີ່ມາ: Reuters
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














