ຕາມການລາຍງານ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ໃນວັນທີ 06 ມິຖຸນາ 2023 ເວລາ 15:10 ນາທີ ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ ວ່າມີຄົນພົບສົບຊາຍປິດສະໜາເສຍຊີວິດ ໃນປ່າແຫ່ງ 1 ຢູ່ທາງເຂົ້າບ້ານ ມ່ວງໄຂ່ ເມືອງ ໜອງບົກ ແຂວງ ຄຳມ່ວນ.
ຈາກນັ້ນເຈົ້າໜ້າທີ່ທີມກູ້ຊີບ-ກູ້ໄພແຂວງຄຳມ່ວນ ໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01 ຄົນ ເພດຊາຍ ອາຍຸປະມານ 40ປາຍປີສະພາບສົບມີການເນົ່າເປື່ອຍ ປະມານ 3-4 ວັນ ສົບທີ່ເສຍຊີວິດຢູ່ໃນຂັ້ນຕອນຂອງເຈົ້າໜ້າທີ່ເພື່ອສືບສວນ-ສອບສວນ ຂອງການເສຍຊີວິດ ແລະ ສົບໄດ້ເກັບຮັກສາໄວ້ທີ່ໂຮງເຢັນ “ ໂຮງໝໍແຂວງຄຳມ່ວນ “
CR: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |