site cover1 - 2025-10-09T151621.749
ຈີນປະດິດໄອເດຍທີ່ທັນສະໄໝສຸດ ເບິ່ງໂຄສະນາໃນຫ້ອງນ້ຳແລກເຈ້ຍຢ່າງທິດຊູ!
ຮຽບຮຽງໂດຍ:kaling
ເຜີຍແຜ່: 9 October, 2025

ບໍ່ດົນມານີ້, ມີຄລິບຈາກຕ່າງປະເທດກາຍເປັນໄວຣັສໃນຈີນ ເປັນພາບຄົນຢືນຢູ່ໜ້າຕູ້ຈ່າຍເຈ້ຍຢ່າງທິດຊູໃນຫ້ອງນ້ຳສາທາລະນະ ສິ່ງທີ່ໜ້າສົນໃຈແມ່ນລາວບໍ່ໄດ້ຈ່າຍເງິນເພື່ອຊື້ເຈ້ຍຢ່າງທິດຊູ ແຕ່ສະແກນ QR Code ເພື່ອເບິ່ງໂຄສະນາ ຫຼັງຈາກນັ້ນທິດຊູກໍໄຫຼອອກມາໃຫ້ແບບອັດຕະໂນມັດ! ນີ້ຄືທີ່ມາຂອງໄວຣັສ ‘ເບິ່ງໂຄສະນາແລກເຈ້ຍຢ່າງທິດຊູ’

ຫຼັກການເຮັດວຽກຂອງເຄື່ອງນີ້ງ່າຍຫຼາຍ ທ່ານສາມາດຈ່າຍເງິນເພື່ອຊື້ທິດຊູໄດ້ເລີຍ ແຕ່ຖ້າຢາກໄດ້ຟຣີກໍມີທາງເລືອກໃຫ້ສະແກນ QR Code ເພື່ອເບິ່ງໂຄສະນາແລກເຈ້ຍຢ່າງທິດຊູແທນການຈ່າຍເງິນ ໄອເດຍນີ້ຖືວ່າສະຫຼາດທັນສະໄໝໃນມຸມມອງດ້ານການຕະຫຼາດ ທັງຍັງແປກໃໝ່ແລະມີປະໂຫຍດທັງສອງຝ່າຍ

ຄົນທີ່ໃຊ້ຫ້ອງນ້ຳ > ໄດ້ທິດຊູຟຣີ (ໃຜຈະບໍ່ຢາກໄດ້ຂອງຟຣີ) ຄົນທີ່ລົງໂຄສະນາ > ໂຄສະນາຈະມີຄົນເບິ່ງແນ່ນອນ ເພາະຄົນຕ້ອງການທິດຊູຟຣີ ແລະວິທີນີ້ດີກວ່າການໄປລົງໃນແພລັດຟອມອື່ນໆ ເຊັ່ນ YouTube ທີ່ຄົນມັກຈະຂ້າມໂຄສະນາ

Digital Marketing Agency in Laos - Emerging Digital Solutions

ແນ່ນອນວ່າປະເດັນນີ້ກໍມີຄົນໂຕ້ວາທີກັນຫຼາຍວ່າ ການເຮັດແບບນີ້ໃນຫ້ອງນ້ຳສາທາລະນະມັນເໝາະສົມບໍ່ ເພາະບາງຄົນກໍມອງວ່າ ທິດຊູໃນຫ້ອງນ້ຳສາທາລະນະຄວນໃຫ້ຟຣີຢູ່ແລ້ວ ຫຼືນີ້ແມ່ນການເອົາປຽບ? ໃນຂະນະທີ່ອີກຝ່າຍກໍມອງວ່ານີ້ຄືການຕະຫຼາດທີ່ອັດສະລິຍະທີ່ສຸດ

ກ່ອນອື່ນເຮົາຕ້ອງເຂົ້າໃຈກ່ອນວ່າໃນປະເທດຈີນ ການທີ່ຄົນສ່ວນໃຫຍ່ຕ້ອງຖືເຈ້ຍຢ່າງທິດຊູເຂົ້າໄປໃຊ້ເອງຖືເປັນເລື່ອງປົກກະຕິຢູ່ແລ້ວ ດັ່ງນັ້ນ ການທີ່ມີຕູ້ຈ່າຍທິດຊູແບບນີ້ຈຶ່ງຖືເປັນກໍລະນີຫາຍາກ ແລະບໍ່ຄ່ອຍໄດ້ເຫັນເລື້ອຍໆ ໃນຫ້ອງນ້ຳສາທາລະນະທົ່ວໄປຂອງຈີນ

ກິມມິກນ້ອຍໆ ແບບນີ້ບໍ່ພຽງແຕ່ສ້າງຄວາມແປກໃໝ່ເທົ່ານັ້ນ ແຕ່ໃນແງ່ໜຶ່ງກໍສະທ້ອນໃຫ້ເຫັນເຖິງຄວາມເປັນ ‘ທຶນນິຍົມ’ ທີ່ສາມາດແຊກຊຶມເຂົ້າໄປຢູ່ໃນເກືອບຈະທຸກພື້ນທີ່ຂອງສັງຄົມໄດ້ເປັນຢ່າງດີ

ເພາະທິດຊູຄືຂໍ້ມູນຟຣີ: ເຂົ້າສູ່ຍຸກ ‘Unskippable Ads’ ແລະການ ຕະຫຼາດທີ່ຊຶມເລິກທຸກພື້ນທີ່

ຕູ້ຈ່າຍເຈ້ຍຢ່າງທິດຊູແລກກັບການເບິ່ງໂຄສະນາເປັນກໍລະນີສຶກສາທີ່ສະທ້ອນເຖິງຍຸກສະໄໝຂອງທຶນນິຍົມດິຈິຕອນທີ່ຝັງຮາກໃນທຸກພື້ນທີ່ ເທັກໂນໂລຊີໄດ້ເຂົ້າມາປ່ຽນຄວາມຈຳເປັນພື້ນຖານໃນຊີວິດປະຈຳວັນຄືທິດຊູໃນຫ້ອງນ້ຳສາທາລະນະໃຫ້ກາຍເປັນກົນໄກທາງການຕະຫຼາດ ແທນທີ່ຈະຈ່າຍດ້ວຍເງິນສົດ ຜູ້ບໍລິໂພກຖືກກະຕຸ້ນໃຫ້ຈ່າຍດ້ວຍ ‘ຄວາມສົນໃຈ’ ແລະ ‘ເວລາ’ ເພື່ອແລກກັບສິນຄ້າຫຼືບໍລິການຟຣີ

ກົນໄກແບບນີ້ສົ່ງຜົນໃຫ້ໂຄສະນາກາຍເປັນສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້ ແລະມີປະສິດທິພາບສູງກວ່າແພລັດຟອມດິຈິຕອນທົ່ວໄປຫຼາຍ ການທີ່ລະບົບເສດຖະກິດສາມາດປ່ຽນທຸກພື້ນທີ່ແລະກິດຈະກຳໃນຊີວິດໃຫ້ກາຍເປັນ ‘ພື້ນທີ່ສື່ໂຄສະນາທີ່ສ້າງລາຍໄດ້’ ໄດ້ຢ່າງສົມບູນ ສະທ້ອນໃຫ້ເຫັນແນວໂນ້ມໃນໂລກອະນາຄົດວ່າ ບໍ່ມີຂອບເຂດໃດທີ່ຮອດພົ້ນຈາກກົນໄກຕະຫຼາດອີກຕໍ່ໄປ ດ້ວຍເຫດນີ້ ຂໍ້ມູນແລະຄວາມສົນໃຈຂອງຜູ້ໃຊ້ງານຈຶ່ງມີມູນຄ່າແລະອຳນາດເໜືອກວ່າເງິນສົດ ແມ່ນແຕ່ການເຂົ້າເຖິງບໍລິການຂັ້ນພື້ນຖານທີ່ສຸດ

ຈາກກໍລະນີນີ້ໂລກອະນາຄົດແບບໃນໜັງໄຊໄຟອາດຈະບໍ່ໄດ້ຢູ່ແຕ່ໃນຈໍອີກຕໍ່ໄປ ເພາະບໍ່ແນ່ທຸກວັນນີ້ເຮົາອາດກຳລັງຢູ່ໃນໂລກທີ່ກ້າວໜ້າຈົນເຮົາເອງບໍ່ທັນໄດ້ສັງເກດກໍໄດ້!

ທີ່ມາ: X

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ