
ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ ໃນວັນທີ 9-11 ຕຸລາ 2025, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ຈ່າງ ທິ ຊົນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ ຢູ່ທີ່ໂຮງແຮມເມືອງແທັງແຂວງເຊີນລາ.
 
					
					
				
ການເດີນທາງຢ້ຽມຢາມຄັ້ງນີ້, ແມ່ນເພື່ອນຕອບສະໜອງຕາມການເຊີນຂອງຄະນະກຳມະການປະຊາຊົນແຂວງເຊີນລາ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊີນລາ ຄົບຮອບ 130 ປີ ຢູ່ແຂວງເຊີນລາ. ໂອກາດນີ້, ການນຳແຂວງຊຽງຂວາງໄດ້ທ່ຽວຊົມງານຕະຫຼາດນັດ ສົ່ງເສີມການຄ້າສຳລັບຜະລິດຕະພັນກະສິກຳ ແລະ ຜະລິດຕະພັນສິນຄ້າໂອດັອບ ຢູ່ທີ່ເດີນສະໜາມຫຼວງເຕີຍບັກແຂວງເຊີນລາ. ໃນງານຕະຫຼາດນັດ ໄດ້ມີຜະລິດຕະພັນສິນຄ້າໂອດັອບບາງແຂວງຂອງ ສປປ ລາວ ເຂົ້າຮ່ວມນຳ.
(ຂ່າວ: ບຸນມີ ແສງທຸມມີ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








