pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 October, 2025

ວັນທີ 11 ຕຸລາຜ່ານມານີ້, ພະແນກການຕ່າງປະເທດ ແຂວງຄໍາມ່ວນ ໄດ້ຈັດພິທີ “ຍ່າງເພື່ອສຸຂະພາບ” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນການທູດລາວ ຄົບຮອບ 80 ປີ ທີ່ຈະໝູນວຽນມາ ບັນຈົບຄົບຮອບອີກວາລະໜຶ່ງ (ວັນທີ 12 ຕຸລາ 1945-12 ຕຸລາ 2025) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ມີບັນດາຄະນະນຳຂັ້ນແຂວງ, ເມືອງທ່າແຂກ ແລະ ອົງການຈັດຕັ້ງສັງຄົມ ທັງພາກລັດ ແລະ ເອກະຊົນ ອ້ອມຂ້າງແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

 

Digital Marketing Agency in Laos - Emerging Digital Solutions

 

ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ຍົກໃຫ້ເຫັນໂດຍສັງເຂບກ່ຽວກັບວັນການທູດລາວ ຊຶ່ງກົງກັບວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນທີ່ມີຄວາມໝາຍສໍາຄັນທາງ ປະຫວັດສາດຂອງວຽກງານການທູດລາວ ຊຶ່ງຕິດພັນຢ່າງສະໜິດແໜ້ນກັບຂະບວນການປະຕິວັດ ປົດປ່ອຍຊາດ, ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນລໍ້າຄ່າຂອງປະຊາຊົນລາວ ວິລະຊົນຜູ້ໄຝ່ຫາຄວາມເປັນເອກະລາດແຫ່ງຊາດ ແລະ ຮັກຫອມສັນຕິພາບໄດ້ປະກາດເອກະລາດ ແລະ ແນວທາງນະໂຍບາຍການຕ່າງປະເທດຂອງຕົນໃຫ້ປະຊາຄົມໂລກໄດ້ຮັບຮູ້. ທັງໄດ້ຫວນຄືນໃຫ້ເຫັນຜົນງານການເຄື່ອນໄຫວຕະຫຼອດໄລຍະ 8 ທົດສະວັດທີ່ຜ່ານມາ ຂອງວຽກງານການທູດ, ການຕ່າງປະເທດ ຢູ່ ສປປ ລາວ ເພື່ອໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນການພັດທະນາວຽກງານດັ່ງກ່າວ ແຕ່ລະໄລຍະ. ທັງຖືໂອກາດນີ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງບັນດາທ່ານການນໍາພັກ-ລັດ ແລະ ບັນດາຕາງໜ້າຂະແໜງການທຸກພາກສ່ວນ ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມໃນກິດຈະກຳ ຍ່າງເພື່ອສຸຂະພາບໃນຄັ້ງນີ້. ເປັນການສ່ອງແສງເຖິງຄວາມປາດຖະໜາທີ່ຢາກມີສຸຂະພາບແຂງແຮງ, ມີກໍາລັງວັງຊາ ເພື່ອສືບຕໍ່ປະຕິບັດພາລະກິດ ແລະ ໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ ໃຫ້ສໍາເລັດຕາມຈຸດປະສົງເປົ້າໝາຍ.

 

ໃນການຍ່າງຄັ້ງນີ້ແມ່ນ ໂດຍເລີ່ມຕົ້ນຈາກ ສໍານັກງານຫ້ອງວ່າການເມືອງທ່າແຂກ ໄປຫາສີ່ແຍກໂຮງແຮມໄຊລືດີ ແລ້ວສືບຕໍ່ຍ່າງໄປຫາສີ່ແຍກ ປກສ ແຂວງ ລ້ຽວຂວາໄປຜ່ານສີ່ແຍກໄຟແດງສຶກສາ ມຸ່ງໜ້າສູ່ຫໍຈາລຶກ ວິລະກຳ 21 ມີນາ ແລ້ວຍ່າງລ້ຽວຂວາໄປສູ່ຈຸດໝາຍເດີມທີ່ຈຸດເລີ່ມຕົ້ນທີ່ສໍານັກງານຫ້ອງວ່າການເມືອງທ່າແຂກ ລວມໄລຍະທາງ ປະມານ 4 km.

 

(ແຫຼ໋ງຂ່າວ: ແຂວງຄໍາມ່ວນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ