
ເຈົ້າໜ້າທີ່ພາສີນະຄອນຫລວງວຽງຈັນ ຢຶດລົດບໍ່ເສຍພາສີ 2 ຄັນ ມາດຳເນີນຄະດີຕາມລະບຽບກົດໝາຍ
ວັນທີ 7 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ); ຂະແໜງສືບສວນ-ສອບສວນ, ໄດ້ປະຕິບັດຕາມສາຍຂ່າວເຊິ່ງສາມາດຈັບກຸມລົດບໍ່ໄດ້ເສຍພາສີໄດ້ຈຳນວນ 2 ຄັນ,ມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ສໍາລັບການເຄື່ອນໄຫວຂອງເຈົ້າໜ້າທີ່ພາສີ ປະຈໍາຂະແໜງສືບສວນ-ສອບສວນໃນຄັ້ງນີ້, ສາມາດຢຶດລົດໄດ້ ຈໍານວນ 2 ຄັນ, ປະກອບມີ: ລົດກະບະໂຕໂຢຕາ, ແຄບ ຈໍານວນ 1 ຄັນ, ລົດກະບະ 2 ປະຕູ 1 ຄັນ, ສາມາດຈັບໄດ້ຢູ່ເຂດບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າເປັນລົດນຳເຂົ້າຍັງບໍ່ໄດ້ເສຍພາສີ ແລະ ພັນທະອື່ນໆ. ສະນັ້ນ, ເຈົ້າໜ້າທີ່ພາສີໄດ້ຢຶດລົດຈໍານວນດັ່ງກ່າວມາຮັກສາໄວ້ທີ່ພະແນກ ພສປ ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ທີ່ມາ: ກະຊວງການເງິນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 24 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














