ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ອີງຕາມຂໍ້ມູນກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ພະຍາດຄໍຕີບສ່ວນຫຼາຍແມ່ນມັກແຜ່ຂະ ຫຍາຍກັບກຸ່ມຄົນທີ່ບໍ່ມີພູມຄຸ້ມກັນ ຫຼື ພູມຕ້ານທານຕໍ່າ. ພະຍາດຄໍຕີບຈະມີຜົນກະທົບຕໍ່ຄໍ ແລະ ລະບົບຫາຍໃຈເຮັດໃຫ້ມີອາການຄື: ເປັນໄຂ້, ເຈັບຄໍ, ຄໍໄຄ່ບວມ ແລະ ຫາຍໃຈຍາກ, ພະຍາດຄໍຕີບຍັງສາມາດເຮັດໃຫ້ເກີດພະຍາດທາງເດີນຫາຍໃຈມີຜົນກະທົບຕໍ່ຫົວໃຈ, ທໍາລາຍເສັ້ນປະສາດ, ທໍາລາຍໝາກໄຂ່ຫຼັງ, ຮ້າຍແຮງໄປກວ່ານັ້ນເຮັດໃຫ້ເສຍຊີວິດໄດ້, ພະຍາດຄໍຕີບເປັນອັນຕະລາຍທີ່ສຸດສໍາລັບເດັກນ້ອຍ, ເດັກອ່ອນ ໂດຍສະເພາະເດັກນ້ອຍອາຍຸຕໍ່າກວ່າ 5 ປີ.
ຢ່າງໃດກໍຕາມ, ພວກເຮົາສາມາດປ້ອງກັນພະຍາດດັ່ງກ່າວໄດ້ດ້ວຍການສັກວັກຊິນ ແລະ ສາມາດປິ່ນປົວໄດ້ດ້ວຍຢາຕ້ານເຊື້ອ. ຖ້າທ່ານພົບເຫັນຜູ້ໃດ ຫຼື ເດັກນ້ອຍຄົນໃນຄອບຄົວບໍ່ສະບາຍ, ເປັນໄຂ້, ຄໍໄຄ່ບວມ ແລະ ຫາຍໃຈຍາກບໍ່ຄວນຊື້ຢາມາກິນເອງ ຄວນນໍາໄປປິ່ນປົວ, ແຈ້ງ ຫຼືໄປພົບແພດໃຫ້ຮັບຮູ້ໂດຍດ່ວນ ຕາມໂຮງໝໍໃກ້ບ້ານທ່ານ, ໂຮງໝໍເມືອງ, ສູນກາງ, ສຸກສາລາ ແລະ ສະຖານທີ່ໃຫ້ບໍລິການອື່ນໆ ເພື່ອກວດ ເບິ່ງອາການ ອາດຈະເປັນພະຍາດຄໍຕີບເພື່ອຈະໄດ້ຮັບວັກຊິນຕາມຕະລາງວັກຊິນກັນພະຍາດແຫ່ງຊາດກໍານົດໄວ້ ແມ່ນຈະສາມາດປ້ອງກັນພະຍາດຄໍຕີບໄດ້. ສະນັ້ນ, ທ່ານຕ້ອງພາລູກ-ຫຼານໄປຮັບວັກຊິນປ້ອງກັນພະ ຍາດຄໍຕີບເລີ່ມແຕ່ເດັກອາຍຸ 6 ອາທິດ, 10 ອາທິດ ແລະ 14 ອາທິດ. ການພາລູກ-ຫຼານໄປຮັບວັກຊິນປ້ອງກັນພະຍາດຄໍຕີບຈະເປັນຂອງຂັວນໃຫ້ແກ່ລູກ-ຫຼານ, ຄົນໃນຄອບຄົວ ແລະ ຄົນທີ່ທ່ານຮັກເພື່ອອະນາຄົດທີ່ສົດໃສ ແລະ ປອດໄພ.
(ຂໍ້ມູນ: ກະຊວງສາທາລະນະສຸກ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |