
ວັນທີ 6 ມິຖຸນາ 2023 ຜ່ານມາ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ນຳໂດຍ ທ່ານ ວັນທະນາ ເຫດມາວັນ ຮອງໜ່ວຍງານລ້ຽງສັດ ແລະ ປະມົງ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ສິນຄ້າປະເພດອາຫານທະເລທີ່ມີສານເຈືອປົນ, ຊິ້ນສ່ວນສັດທີ່ຫ້າມນຳເຂົ້າເຊັ່ນ:ໜູ, ງົວ, ຄວາຍ ທີ່ບໍ່ມີໃບອະນຸຍາດເຄື່ອນຍ້າຍ, ດັ່ງນັ້ນ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ສົບ
ທົບ ລົງກວດກາຕາມຮ້ານຂາຍສິນຄ້າບໍລິໂພກປະເພດຊິ້ນສ່ວນສັດ ,ອາຫານທະເລ ທີ່ບັນດາ ແມ່ຄ້າຊາວຂາຍໄດ້ນຳ ເຂົ້າມາຈຳ ໜ່າຍ ແລະ ຂາຍຢູ່ຕາມຮ້ານ, ຕະຫຼາດປາກຊັນ. ເຊິ່ງການກວດກາຄັ້ງນີ້ສາມາດພົບເຫັນຊິ້ນສ່ວນຂອງສັດປະເພດຫ້າມນຳເຂົ້າ ເປັນຕົ້ນ ຊີ້ນຄວາຍ ຈຳນວນ 5 ກິໂລ ແລະ ໜູບົດ 10 ກິໂລ, ພ້ອມກວດກາຫາສານຟໍມາລິນໃນອາຫານທະເລປະເພດກຸ້ງ, ປາມຶກ ແລະ ອື່ນໆ ແມ່ນບໍ່ມີສານຕົກຄ້າງ, ດັ່ງນັ້ນເຈົ້າທີ່ຈຶ່ງໄດ້ຢຶດເອົາຊິ້ນສ່ວນສັດເພື່ອມາທຳລາຍ ແລ້ວເຮັດບົດບັນທຶກກ່າວເຕືອນ ຖ້າມີອີກຄັັ້ງທີສອງ ຈະໄດ້ປັບໃໜຕາມລະບຽບການທີ່ ກົດໜາຍທີ່ວາງອອກຢ່າງເຂົ້ມງວດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














