ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ (Lao AI) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລານີ້ ທີ່ໂຮງແຮມລາດຊະວົງວັນດາວິສຕາ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຜູ້ຕາງໜ້າຈາກບັນດາຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງພາກລັດ ກໍຄື ສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ກຸ່ມບໍລິສັດອາໂລ ເຕັກໂນໂລຊີ ແລະ ບໍລິສັດ ສູນຂໍ້ມູນຂ່າວສານຈີນອາຊຽນ (CAIH). ພາຍໃນກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ມີການນໍາສະເໜີ ແລະ ລາຍງານຄວາມຄືບໜ້າການຄົ້ນຄວ້າ ແລະ ພັດທະນາລະບົບປັນຍາປະດິດລາວ (Lao AI) ໃນຮູບແບບພາສາລາວ, ນອກນັ້ນ ຍັງເປີດເວທີເພື່ອແລກປ່ຽນກັນລະຫວ່າງພາກລັດ ແລະ ບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ບໍລິສັດເອກະຊົນທີ່ມີບົດຮຽນກ່ຽວກັບການນໍາໃຊ້ລະບົບປັນຍາປະດິດເຂົ້າໃນວຽກງານ, ການສ້າງວິໄສທັດກ່ຽວກັບການພັດທະນາ ແລະ ການນໍາໃຊ້ AI, ການກໍານົດທິດທາງ, ຍຸດທະສາດ ແລະ ແຜນງານໃນການສ້າງລະບົບປັນຍາປະດິດລາວ (Lao AI) ໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງຂໍ້ມູນໃຫ້ແກ່ຜູ້ຊົມໃຊ້ ໂດຍອີງໃສ່ຜົນປະໂຫຍດຂອງຊາດເປັນຫຼັກ ແລະ ການຊຸກຍູ້ຮ່ວມມື ເພື່ອສ້າງເປັນເຄືອຂ່າຍ ແລະ ສາມາດຮ່ວມມືກັນໄດ້ທຸກພາກສ່ວນໃນການພັດທະນາລະບົບປັນຍາປະດິດລາວ (Lao AI)ໃນ ສປປ ລາວ ໃຫ້ກ້າວໄປທາງໜ້າໄດ້.
ການສ້າງລະບົບປັນຍາປະດິດລາວ “Lao AI” ບໍ່ແມ່ນການນໍາໃຊ້ເຕັກໂນໂລຊີພຽງເທົ່ານັ້ນ ອີກທັງຍັງເປັນການພັດທະນາລະບົບປັນຍາປະດິດທີ່ເຂົ້າໃຈ ແລະ ໂຕ້ຕອບໃນຮູບແບບພາສາລາວ, ຮຽນຮູ້ວັດທະນະທໍາຮີດຄອງປະເພນີຂອງຊາດລາວ, ເຂົ້າໃຈເນື້ອໃນ, ຊ່ວຍເຫຼືອຄົນລາວໃນການພັດທະນາຕໍ່ຍອດ ແລະ ສ້າງມູນຄ່າເພີ່ມໃນການນໍາໃຊ້ລະບົບປັນຍາປະດິດໃຫ້ເກີດປະໂຫຍດອີກດ້ວຍ. ນອກຈາກນີ້, ການພັດທະນາລະບົບປັນຍາປະດິດລາວ ຍັງພັດທະນາຕາມຈຸດສຸມຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ສົ່ງເສີມໃນດ້ານຕ່າງໆເຊັ່ນ: ດ້ານການກະສິກໍາ, ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ ແລະ ການບໍລິການ ຊຶ່ງຍັງມີສິ່ງທ້າທາຍຫຼາຍປະການ ໃນດ້ານການສ້າງບຸກຄະລາກອນ, ການພັດທະນາລະບົບພື້ນຖານໂຄງລ່າງ, ການສ້າງຖານຂໍ້ມູນພາສາລາວຂະໜາດໃຫຍ່ ແລະ ການວາງຂອບກົດໝາຍ-ຈັນຍາບັນໃນການນຳໃຊ້ AI ໃຫ້ມີຄຸນນະພາບ, ມີປະສິດທິພາບ-ປະສິດທິຜົນດີຍິ່ງຂຶ້ນ.
(ຂ່າວ: ກຕສ, ພາບ: ແສງຈັນ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |