
ອິນໂດເນເຊຍ ຕັ້ງເປົ້າໝາຍປ່ຽນເກາະບາຫລີ ເປັນສູນການເງິນ ລະດັບພາກພື້ນ
ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ວ່າ: ອິນໂດເນເຊຍ ວາງແຜນ ສ້າງສູນການເງິນ ໃນເກາະບາຫລີ ຊຶ່ງເປັນ ແຫລ່ງທ່ອງທ່ຽວ ຍອດນິຍົມ, ຖືເປັນອີກໜຶ່ງຄວາມພະຍາຍາມ ໃນການ ກະຕຸ້ນ ເສດຖະກິດ ທ້ອງຖິ່ນທີ່ ຢຸດຈຶ້ງ ດ້ວຍການ ດຶງດູດ ທະນາຄານ ລະຫວ່າງ ປະເທດ ຜູ້ຈັດການຊັບສິນ ແລະ ບໍລິສັດຫຸ້ນເອກະຊົນ.
ໂດຍ ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ອະນຸມັດ ຂໍ້ສະເໜີ ຂອງ ລັດຖະບານ ອິນໂດເນເຊຍ ໃນການສ້າງເກາະທ່ອງທ່ຽວແຫ່ງນີ້ ໃຫ້ຄ້າຍຄືກັບສູນການເງິນລະຫວ່າງປະເທດ ໃນອິນເດຍ ແລະ ເມືອງດູໄບ ຂອງ ສະຫະນະຄອນ ເອເມເຣັດອາຣັບ (ຢູເອອີ). ສູນກາງທາງການເງິນ ເກາະບາຫລີ ຈະສະເໜີ ການຍົກເວັ້ນ ພາສີ ແລະ ກົດລະບຽບ ລວມເຖິງ ຫລຸດຜ່ອນຂັ້ນຕອນຕ່າງໆ ທີ່ມີຄວາມຫຍູ້ງຍາກ ຊັບຊ້ອນ ສໍາລັບ ບໍລີສັດຕ່າງໆ ທີ່ຕ້ອງການເຮັດທຸລະກິດ ຢູ່ອິນໂດເນເຊຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 7 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














