ດວງ-Tou-Vientianepost (43)
ຄ້າຍຄຸມຂັງບັງລຽງພາກໃຕ້ ສຶກສາອົບຮົມນັກໂທດ ປະຈຳໄຕມາດ II
ຮຽບຮຽງໂດຍ:Staff
ເຜີຍແຜ່: 9 June, 2023
ໝວດ: ຂ່າວ

ວັນທີ 6 ມິຖຸນາ 2023, ຄ້າຍຄຸມຂັງບັງລຽງພາກໃຕ້ ແຂວງຈໍາປາສັກ ໄດ້ສຶກສາອົບ ຮົມນັກໂທດ ປະຈຳໄຕມາດ II ປະຈຳປີ 2023 ໃນຫົວຂໍ້: ບາບ, ບຸນ, ຄຸນ, ໂທດ, ເຂົ້າ ຮ່ວມ ແລະ ສຶກສາອົບຮົມ ໂດຍພຣະອາຈານ ຄຳພຸດ ແກ້ວວົງຈັນ ຮອງຫົວໜ້າກຳ ມະທິການເຜີຍແຜ່ສິນ ລະທຳນະຄອນປາກເຊ ເຈົ້າອະທິການ ວັດນາແຫກ ນະຄອນປາກເຊ ແຂວງຈຳປາສັກ, ມີ ພັທ ເພັດສະໝອນ ລາດລອງເມືອງ ຮອງຫົວໜ້າຄ້າຍຄຸມຂັງບັງລຽງພາກໃຕ້, ມີກຳລັງວິຊາສະເພາະ ພ້ອມດ້ວຍນັກໂທດພາຍໃນຄ້າຍຂຸມຂັງບັງລຽງພາກໃຕ້ ເຂົ້າຮ່ວມ.

ການສຶກສາອົບຮົມໃນຄັ້ງນີ້, ພຣະ ອາຈານ ຄຳພຸດ ແກ້ວວົງຈັນ ໄດ້ເຜີຍແຜ່ສິນລະທຳໃຫ້ນັກໂທດໄດ້ຮັບຮູ້ເຖິງ ບາບ, ບຸນ, ຄຸນ, ໂທດ ແລະ ທຳມະຫຼາຍຢ່າງຈຸດປະສົງ ເພື່ອເຮັດໃຫ້ນັກໂທດພາຍໃນຄ້າຍຄຸມຂັງບັງລຽງພາກໃຕ້ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການດຳລົງຊີວິດຢູ່ໃນສັງຄົມຮັບຮູ້ເຖິງລະບຽບການຕ່າງໆຂອງບ້ານ ເມືອງ ແລະ ມີຄວາມຕັ້ງໜ້າຝຶກຝົນຫຼໍ່ຫຼອມດັດສ້າງຕົນເອງໃຫ້ກາຍເປັນຄົນດີຂອງສັງຄົມ ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ອັນຖືກຕ້ອງ ແລະ ສອດຄ່ອງ ແລະ ມີມະນຸດສະທຳ.

ພ້ອມນີ້, ກໍເປັນການກະຕຸກຊຸກຍູ້ທາງດ້ານຈິດໃຈໃຫ້ແກ່ນັກໂທດ ເປັນການຊ່ວຍ ເຫຼືອແກ້ໄຂທາງດ້ານແນວຄິດໃຫ້ເຂົາເຈົ້າຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງປ່ຽນແປງທັດສະນະແນວຄິດ, ຮູ້ສຶກກິນແໜງແຄງໃຈໃນການກະທຳອັນບໍ່ຖືກຕ້ອງຂອງຕົນ ເອງໃນໄລຍະຜ່ານມາ ແລະ ໃຫ້ເຂົາເຈົ້າ ຮູ້ໄດ້ ແລະ ຈຳແນກສິ່ງທີ່ຜິດ ແລະ ຖືກຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ສິດ ແລະ ພັນທະຂອງພົນລະເມືອງລາວ ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປ່ຽນແປງແນວຄິດ ແລະ ພຶດຕິກຳຂອງຕົນ ເຮັດໃຫ້ຕົນເອງກາຍເປັນພົນລະເມືອງດີຂອງສັງຄົມ.

ທີ່ມາ ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
ຢ່າລື່ມກົດຕິດຕາມ