
ຄົນເກີດວັນອາທິດ:ການງານພົບອຸປະສັກທາງດ້ານການງານແຕ່ກໍສາມາດແກ້ໄຂບັນຫາໄດ້ວ່ອງໄວ ການເງິນມີໂຊກຈະໄດ້ເງິນເຂົ້າມາແບບງ່າຍດາຍ ຄວາມຮັກມີໂອກາດທີ່ຄົນຮັກເກົ່າຢາກກັບມາຂໍຄືນດີ
ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ານວົງການບັນເທິງຈະປະສົບຜົນດີີ ການເງິນມີໂອກາດໄດ້ຮັບໂຊກທາງດ້ານຊັບສິນ ຄວາມຮັກບໍ່ລົງຕົວໃນເລື່ອງຄວາມສຳພັນ ຂອງຄວາມຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ຄົນເກີດວັນອັງຄານ: ການງານຈະພົບອຸປະສັກແຕ່ໂຊກດີທີ່ມີບໍລິວານຄອຍຖ້າຊ່ວຍເຫລືອ ການເງິນໃນມື້ນີ້ມີໂຊກຈະໄດ້ເງິນ ແຕ່ໃຫ້ລະວັງດ້ານລາຍຈ່າຍ ຄວາມຮັກຄວາມສຳພັນມີໂອກາດໄດ້ເລິກລາກັນໄປ ອາດເປັນຍ້ອນນິໄສແຕກຕ່າງກັນເກີນໄປ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນພຸດ:ການງານຈະພົບອຸປະສັກດ້ານການງານ ວຽກຈະຫຼາຍກວ່າປົກກະຕິ ເພາະຢູ່ໃນຊ່ວງທົນລອງວຽກ ການເງິນຈະມີຄົນເຂົ້າມາລົບກວນຢືມເງິນ ແຕ່ກໍຄວນເບິ່ງສະຖານະການໃຫ້ດີ ຄວາມຮັກລະວັງຄວາມໃຈຮ້ອນເຮັດໃຫ້ເກີດຄວາມຂັດແຍ້ງ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານເຮັດທຸລະກິດດ້ານການຂາຍອາຫານເພື່ອສຸກຂະພາບຊ່ວງນີ້ຈະໄດ້ຜົນກຳໄລດີ ການເງິນຈະໄດ້ໂຊກຈາກຄົນຮັກ ເພາະຊ່ວງນີ້ຢູ່ໃນເກນຄົນຮັກຕາມໃຈ ຄວາມຮັກເກີດຄວາມສຸກ ຄວາມພຶງພໍໃຈ ເພາະທ່ານທັງສອງຢູ່ໃນຊ່ວງເປີດໃຈລົມກັນທຸກເລື່ອງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ1
ຄົນເກີດວັນສຸກ:ການງານຊ່ວງນີ້ຈະເມື່ອຍຫລາຍເປັນພິເສດໃນການທີ່ຈະແກ້ໄຂບັນຫາສະເພາະໜ້າ ການເງິນຈະພົບເລື່ອງເສຍເງິນແບບບໍ່ຄາດຝັນ ຄວາມຮັກມີໂອກາດພົບຮັກ ເກີດຄວາມສຸກສະບາຍໃຈ
ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີເທົາ ເລກນຳໂຊກ2
ຄົນເກີດວັນເສົາ:ການງານ ເຮັດທຸລະກິດປະສົບຜົນສຳເລັດ ແຕ່ທ່ານກໍຕ້ອງໝັ່ນໃຈກັບສິ່ງທີ່ກໍາລັງເຮັດຢູ່ ການເງິນຈະຕັດສິນໃຈໃນການໃຊ້ເງິນຕົກແຕ່ງທີ່ຢູ່ອາໄສ ຄວາມຮັກປະຕິເສດເລື່ອງຂອງຄວາມຮັກ ຊ່ວງນີ້ບໍ່ມີເວລາໃຫ້ຄົນຮັກເລີຍ ອາດມີການຜິດໃຈກັນກໍເປັນໄປໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ8
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 660.04 | 671.26 |
EUR | 24,263 | 24,748 |
CNY | 2,950 | 3,009 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














