
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ:, ທ່ານ ໂບຣກ ເບຣນເດ ປະທານເວທີປາໄສເສດຖະກິດໂລກ (WEF) ກ່າວໃນກອງປະຊຸມສະພາອະນາຄົດໂລກ ແລະ ຄວາມປອດໄພທາງໄຊເບີ ປີ 2025 ທີ່ນະຄອນດູໄບ ສະຫະລັດອາຣັບ ເອມິເຣດ ວ່າ: ໂລກກຳລັງກ້າວເຂົ້າສູ່ “ການປະຕິວັດອຸດສາຫະກຳ ຄັ້ງທີ 4” ຊຶ່ງຖືກຂັບເຄື່ອນໂດຍການລົງທຶນດ້ານປັນຍາປະດິດ (AI) ທີ່ອາດຈະສູງເກີນ 500 ຕື້ໂດລາໃນປີ 2025. ໂດຍທ່ານ ເບຣນເດ ຄາດຄະເນວ່າ: AI ອາດຈະຊຸກຍູ້ການຜະລິດທົ່ວໂລກ ປະມານ 10% ໃນທົດສະວັດຕໍ່ໄປ, ແຕ່ເຕັກໂນໂລຊີຍັງສາມາດຫັນປ່ຽນຕະຫຼາດແຮງງານ ແລະ ເພີ່ມທະວີການແຂ່ງຂັນໃນລະດັບໂລກ.
ໃນຂະນະດຽວກັນ, ທ່ານ ເບຣນເດ ເຕືອນວ່າ: ໄພຂົ່ມຂູ່ດ້ານຄວາມປອດໄພທາງໄຊເບີກຳລັງສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ຄວາມເສຍຫາຍຈາກອາຊະຍາກໍາທາງໄຊເບີທົ່ວໂລກສູງເຖິງ 2-3 ພັນຕື້ໂດລາຕໍ່ປີ, ຫຼື ເກືອບ 3%ຂອງ GDP ທົ່ວໂລກ ຊຶ່ງສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມຈຳເປັນອັນຮີບດ່ວນຂອງການຮ່ວມມືສາກົນ ແລະ ລະບຽບການທີ່ເຂັ້ມແຂງເພື່ອກ້າວທັນຄວາມກ້າວໜ້າທາງເຕັກໂນໂລຊີ.
ທ່ານ ເບຣນເດ ກ່າວວ່າ: ການສ້າງລະບົບການປົກຄອງດີຈີຕອນທີ່ມີປະສິດທິພາບໄດ້ກາຍເປັນບຸລິມະສິດສູງສຸດໃນການປົກປ້ອງຂະແໜງການຕ່າງໆທີ່ສໍາຄັນ, ລວມເຖິງສ້າງຄວາມດຸ່ນດ່ຽງລະຫວ່າງການສ້າງນະວັດກໍາກັບຄວາມປອດໄພທາງໄຊເບີ, ໂດຍສະພາດັ່ງກ່າວກໍາລັງເຮັດວຽກຮ່ວມກັບຄູ່ຮ່ວມງານເພື່ອກຳນົດການປະຕິບັດທີ່ຄອບຄຸມຮອບດ້ານທີ່ສະໜັບສະໜູນການຫັນເປັນດີຈີຕອນຢ່າງມີຄວາມຮັບຜິດຊອບ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |